ກອງກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນງວດທີ 42 ເລີ່ມປະຕິບັດໜ້າທີ່ປ້ອງກັນການເດີນເຮືອ

2022-10-18 11:42:14 CRI


     ຕອນເຊົ້າວັນທີ 15 ຕຸລານີ້ ຕາມເວລາທ້ອງຖິ່ນ, ກອງກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນງວດທີ 41 ແລະງວດທີ 42 ໄດ້ຈັດພິທີມອບຮັບໜ້າທີ່ປ້ອງກັນການເດີນເຮືອຢູ່ເຂດທະເລອ່າວອາເດນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ກອງກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນງວດທີ 42 ໄດ້ເຂົ້າແທນງວດທີ 41 ຢ່າງເປັນທາງການ, ເລີ່ມປະຕິບັດໜ້າທີ່ປ້ອງກັນການເດີນເຮືອຢູ່ເຂດທະເລອ່າວອາເດນ ແລະໂຊມາລີ.