ການແຂ່ງຂັນບານເຕະຊິງແຊັມອາຊີຈະຈັດຂຶ້ນຢູ່ກາຕາໃນປີ 2023

2022-10-18 14:41:54 CRI

 

ຕາມຂ່າວCRI: ວັນທີ 17 ຕຸລານີ້, ສະຫະພັນບານເຕະອາຊີໄດ້ຈັດກອງປະຊຸມຄະນະກຳມະການຈັດການແຂ່ງຂັນຂຶ້ນນະຄອນຫຼວງກົວລາລຳເປີຂອງມະເລເຊຍ, ໄດ້ລົງຄະແນນສຽງແລະຕົກລົງໃຫ້ກາຕາເປັນເຈົ້າພາບຈັດການແຂ່ງຂັນບານເຕະຊິງແຊັມອາຊີປີ 2023. ນີ້ແມ່ນກາຕາເປັນເຈົ້າພາບຄັ້ງທີ 3 ຫຼັງຈາກໄດ້ເປັນເຈົ້າພາບໃນປີ 1988 ແລະໃນປີ2011.

 

ຄະນະກຳມະການຈັດການແຂ່ງຂັນຍັງໄດ້ຕົກລົງວ່າ, ຄັດເລືອກເອົາອິນເດຍ, ອາຣັບບີ ຊາອຸດິດເປັນຝ່າຍເຈົ້າພາບສຳຮອງຮອບສຸດທ້າຍຂອງການແຂ່ງຂັນບານເຕະຊິງແຊັມອາຊີປີ 2027. ບ່ອນຈັດການແຂ່ງຂັນດັ່ງກ່າວຈະຖືກກຳນົດໃນກອງປະຊຸມໃຫຍ່ຜູ້ແທນສະຫະພັນບານເຕະອາຊີທີ່ຈະຈັດຂຶ້ນໃນເດືອນກຸມພາປີ 2023 ໜ້ານີ້.