ທ່ານ ສີຈິ້ນຜິງ: ການຫັນເປັນຄວາມທັນສະໄໝແບບຈີນຢັ່ງຮາກເລິກຢູ່ດິນແດນຂອງຈີນ

2022-10-18 15:27:47 cri

 


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນພວມຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ໃນເວລາເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ທ່ານ ສີຈິ້ນຜິງ ກ່າວວ່າ: ການຫັນເປັນຄວາມທັນສະໄໝແບບຈີນໄດ້ຢັ່ງຮາກເລິກຢູ່ດິນແດນຈີນ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງຈີນ. ຕ້ອງກໍາແໜ້ນພາລະໜ້າທີ່ທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ ດ້ວຍການຫັນເປັນຄວາມທັນສະໄໝແບບຈີນ.

     ຜູ້ແທນ 5 ທ່ານຂອງຄະນະຜູ້ແທນເຂດກວາງຊີຕ່າງກໍໄດ້ປະກອບຄຳຄິດເຫັນໃນຫົວຂໍ້ຕ່າງໆ, ເຊັ່ນ: ບຸກບືນຂຽນໜ້າປະຫວັດສາດທີ່ເຂດກວາງຊີຫັນເປັນຄວາມທັນສະໄໝແບບຈີນ, ພັດທະນາຂະແໜງການກະສິກໍາທີ່ມີເອກະລັກພິເສດ, ລົງເລິກການປະດິດສ້າງໃໝ່ດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ ແລະອື່ນໆ.

     ພາຍຫຼັງຮັບຟັງຄໍາຄິດເຫັນຂອງຜູ້ແທນ 5 ທ່ານແລ້ວ, ທ່ານ ສີຈິ້ນຜິງ ກ່າວວ່າ: ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີໄດ້ມີການປ່ຽນແປງຄັ້ງປະຫວັດສາດແບບປ່ຽນໜ້າມືເປັນຫຼັງມື, ຜົນສຳເລັດເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍຊົນເຜົ່າ ແລະລະບອບປົກຄອງຕົນເອງຢູ່ເຂດຊົນເຜົ່າຂອງພັກໄດ້ປະສົບຜົນສຳເລັດຢູ່ເຂດຊາຍແດນພາກໃຕ້ຂອງຈີນ, ເຊິ່ງເປັນຕົວແບບທີ່ມີຊີວິດຊີວາຂອງການປະຕິຮູບອັນຍິ່ງໃຫຍ່ເປັນເວລາ 10 ປີໃນຍຸກໃໝ່ຂອງຈີນ.

     ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ນັບແຕ່ເຂົ້າສູ່ຍຸກໄໝ່ເປັນຕົ້ນມາ, ໃນດ້ານການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ພັກຄອມມູນິດຈີນມີຄວາມຮັບຮູ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ມີຍຸດທະສາດຮອບຄອບຢ່າງບໍ່ຢຸດຢັ້ງ ແລະມີພຶດຕິກຳສົມບູນຢ່າງບໍ່ຢຸດຢັ້ງ, ໂດຍໄດ້ຊຸກຍູ້ ແລະເປີດກວ້າງການຫັນເປັນຄວາມທັນສະໄໝແບບຈີນຢ່າງສໍາເລັດຜົນ. ຕ້ອງສຸມໃສ່ການພັດທະນາປະເທດ ແລະຊົນຊາດໄວ້ຢູ່ບົ້ນພື້ນຖານກຳລັງແຮງຂອງຕົນ, ກໍາແໜ້ນຊາຕາກໍາດ້ານການພັດທະນາ ແລະຄວາມກ້າວໜ້າຂອງຈີນໃນມືຂອງຕົນຢ່າງສະເໝີຕົ້ນສະເໝີປາຍ. ມີພຽງແຕ່ຄວາມສາມັກຄີຈຶ່ງຈະເອົາຊະນະໄດ້, ມີພຽງແຕ່ການບຸກບືນສູ້ຊົນຈຶ່ງສາມາດປະສົບຜົນສຳເລັດໄດ້. ສະມາຊິກພັກທົ່ວຄົນ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ຕ້ອງສາມັກຄີເຂົ້າກັນເໝືອນດັ່ງ “ເຫຼັກກ້າທີ່ແຂງແກ່ນແຜ່ນໜຶ່ງ” ພາຍໃຕ້ຄັນທຸງຂອງພັກ.

     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ໄຂ ຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ທ່ານ ສີຈິ້ນຜິງ ໄດ້ຕາງໜ້າຄະນະກໍາມະການສູນກາງພັກຄອມມູນິດຈີນສະໄໝທີ 19 ຜ່ານບົດລາຍງານຕໍ່ກອງ ປະຊຸມ, ໂດຍຊີ້ອອກວ່າ:  ນັບແຕ່ປັດຈຸບັນນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກ ຄອມມູນິດຈີນກໍແມ່ນ: ເຕົ້າໂຮມຄວາມສາມັກຄີ ແລະ ນຳພາປະຊາຊົນບັນດາ ເຜົ່າໃນທົ່ວປະເທດ ເພື່ອສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ ແລະເຂັ້ມແຂງຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 2, ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ ດ້ວຍການຫັນເປັນຄວາມທັນສະໄໝແບບຈີນ.

     ຜູ້ແທນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນລວມທັງໝົດມີ 2.296 ທ່ານ ເຊິ່ງກຳເນີດຂຶ້ນຈາກການເລືອກຕັ້ງຢູ່ 38 ຫົວໜ່ວຍເລືອກຕັ້ງ. ໃນນັ້ນ, ມີຜູ້ແທນຊົນເຜົ່າສ່ວນໜ້ອຍ 264 ທ່ານ ໂດຍໄດ້ກວມ 40 ຊົນເຜົ່າສ່ວນໜ້ອຍ.