ກະຊວງການຕ່າງປະເທດຈີນກ່າວວ່າ: ຫວັງໃຫ້ເຢຍລະມັນຢຸດເຊົາການປ່າວຂ່າວກ່ຽວກັບອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈາລະກຳຈີນ”

2022-10-19 15:02:17 cri

ໂດຍແນໃສ່ພາກສ່ວນຂ່າວລັບເຢຍລະມັນເຕືອນໃຫ້ນັກວິທະຍາສາດເຢຍລະມັນມີສະຕິລະວັງຕົວໃນການຕິດຕໍ່ພົວພັນກັບຈີນ. ວັນທີ 18 ຕຸລານີ້, ໃນກອງປະຊຸມຂ່າວ ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ ຮຽກຮ້ອງໃຫ້ເຢຍລະມັນຈົ່ງຍຶດໝັ້ນປະຕິບັດຕໍ່ການພົວພັນ ຈີນ-ເຢຍລະມັນ ດ້ວຍທ່າທີພາວະວິໄສ ແລະສົມເຫດສົມຜົນ, ຢຸດເຊົາການປ່າວຂ່າວກ່ຽວກັບອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈາລະກຳຈີນ”.


ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆນີ້, ຜູ້ຮັບຜິດຊອບຊອງພາກສ່ວນຂ່າວລັບເຢຍລະມັນເຕືອນວ່າ, “ນັກວິທະຍາສາດພາຍໃນປະເທດເຢຍລະມັນໄຮ້ດຽງສາເກີນໄປໃນເວລາຕິດຕໍ່ພົວພັນກັບຈີນ.”


ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ, ຈີນໄດ້ຍຶດໝັ້ນຫຼັກການເຄົາລົບນັບຖືເຊິ່ງກັນແລະກັນ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດຕໍ່ກັນຢ່າງສະເໝີພາບກັນ, ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ ໃນການຂະຫຍາຍການພົວພັນຈີນ-ເຢຍລະມັນ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ເຢຍລະມັນຈົ່ງປະຕິບັດຕໍ່ການພົວພັນ ຈີນ-ເຢຍລະມັນ ດ້ວຍທ່າທີພາວະວິໄສ ແລະສົມເຫດສົມຜົນ, ຢຸດເຊົາການປ່າວຂ່າວກ່ຽວກັບອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈາລະກຳຈີນ”, ເພື່ອໃສ່ຮ້າຍປ້າຍສີຈີນ, ຢ່າຫັນການຮ່ວມມືເສດຖະກິດການຄ້າທີ່ປົກກະຕິເປັນການເມືອງ.