ການບໍລິຫານປະເທດຕ້ອງປະຕິບັດຕາມກົດເກນທີ່ມີຢູ່ແລ້ວ,ແຕ່ສິ່ງທີ່ເປັນພື້ນຖານທີ່ສຸດນັ້ນ ແມ່ນຕ້ອງຖືການສ້າງຜົນປະໂຫຍດໃຫ້ປະຊາຊົນ ເປັນກົກ

2022-10-19 16:16:22 cri



ບູຮານຈີນມີຄຳເວົ້າປະໂຫຍດໜຶ່ງວາ່: “ຈື້ໂກໂຢວສາງ,ລີ້ໝິນເຫວີຍເປິນ”, ມີຄວາມໝາຍວ່າ ການບໍລິຫານປະເທດຕ້ອງປະຕິບັດຕາມກົດເກນທີ່ມີຢູ່ແລ້ວ, ແຕ່ສິ່ງທີ່ເປັນພື້ນຖານທີ່ສຸດນັ້ນແມ່ນຕ້ອງຖືການສ້າງຜົນປະໂຫຍດໃຫ້ປະຊາຊົນ ເປັນກົກ. ຄຳເວົ້າປະໂຫຍກນີ້ມາຈາກແນວຄວາມຄິດການບໍລິຫານປະເທດເມື່ອ 2100 ກວ່າປີກ່ອນ ແລະ ສືບທອດກັນມາຈົນຮອດປັດຈຸບັນ, ກາຍເປັນຄວາມຮຽກຮ້ອງຕ້ອງການດ້ານທາດແທ້ສຳລັບພັກກຳອຳນາດຂອງຈີນທີ່່ສ້າງຕັ້ງພັກເພື່ອຜົນປະໂຫຍດສ່ວນລວມແລະກຳອຳນາດເພື່ອປະຊາຊົນ.



ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ ໄຂຂຶ້ນໃນວັນທີ 16 ຕຸລາປີ 2022 ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສະເໜີອອກໃນເວລາຜ່ານບົດລາຍງານຕໍ່ກອງປະຊຸມວ່າ, “ປະເທດຊາດກໍແມ່ນປະຊາຊົນ, ປະຊາຊົນກໍແມ່ນປະເທດຊາດ. ພັກຄອມມູນິດຈີນນຳພາປະຊາຊົນສ້າງຕັ້ງປະເທດແລະຮັກສາປະເທດຊາດ ກໍແມ່ນຮັກສາຄວາມສັດທາຂອງປະຊາຊົນ. ”



ປີ 2012,ຈີນຍັງມີປະຊາກອນຜູ້ທຸກຍາກຢູ່ຊົນນະບົດເກືອບ 100 ລ້ານຄົນ. ໃນຖານະເປັນຜູ້ນຳສູງສຸດຂອງຈີນ, ທ່ານສີຈິ້ນຜິງໄດ້ແຂ່ງອາກາດທີ່ໜາວຈັດ, ໄດ້ລົງເຄິື່ອນໄຫວສຳຫຼວດຢູ່ຖໍຖໍວານທີ່ເປັນບ້ານທຸກຍາກຢູ່ເຂດພູເຂົາທີ່ສອກຫຼີກ. ໃນການເຄື່ອນໄຫວສຳຫຼວດຄັ້ງນັ້ນ, ທ່ານໄດ້ປະກາດຄຳສັ່ງລະດົມຂົນຂວາຍກ່ຽວກັບບັ້ນລຶບລ້າງຄວາມທຸກຍາກຕໍ່ທົ່ວພັກທົ່ວປະເທດ.


ເມື່ອເວົ້າແລ້ວຕ້ອງປະຕິບັດຕາມ, ເມື່ອປະຕິບັດຕາມຕ້ອງມີຜົນສຳເລັດ. ຈີນໄດ້ຈັດຕັ້ງປະຕິບັດບັ້ນລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີຄວາມແຮງຫຼາຍກວ່າໝູ່ໃນປະຫວັດສາດຂອງມວນມະນຸດ, ນັບລວມແລ້ວໄດ້ຄັດເລືອກແລະສົ່ງພະນັກງານ 500.000 ກວ່່າຄົນໄປເປັນເລຂາທີໜຶ່ງຢູ່ບ້ານທຸກຍາກ, ໄດ້ສົ່ງພະນັກງານ 3.000.000 ກວ່າຄົນລົງປະຈຳຢູ່ບ້ານເພື່ອຊ່ວຍເຫຼືອ. ປີ 2020, ບັນຫາຄວາມທຸກຍາກເດັດຖານທີ່ີສ້າງຄວາມຫຍຸ້ງຍາກໃຫ້ກັບປະຊາຊົນຈີນເປັນພັນເປັນຮ້ອຍປີມານີ້ກໍໄດ້ສິ້ນສຸດລົງຄັ້ງປະຫວັດສາດ. ປະເທດຈີນໄດ້ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາກ່ອນກຳນົດ 10 ປີ.


ການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີນັ້ນແມ່ນເປົ້າໝາຍສູ້ຊົນທີ່ບໍ່ປ່ຽນແປງຂອງພັກຄອມມູນິດຈີນມາໂດຍຕະຫຼອດ. ຈີນໄດ້ສ້າງຕາໜ່າງຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໃຫຍ່ທີ່ສຸດໃນທົ່ວໂລກ. ປະຊາຊົນລ້ວນແຕ່ໄດ້ຮັບສິ່ງຮັບປະກັນດ້ານລະບຽບການໃນເວລາປະເຊີນກັບຄວາມສ່ຽງຕ່າງໆ, ເຊັ່ນ: ການເຖົ້າແກ່ຊະລາ, ການເຈັບໄຂ້ໄດ້ພະຍາດ, ການຫວ່າງງານ, ການເກີດອຸບັດຕິເຫດແຮງງານ, ການພິການ, ຄວາມທຸກຍາກແລະອື່ນໆ.


ປີ 2021, ລາຍໄດ້ທີ່ສະມາດຈັບຈ່າຍໄດ້ທີ່ສະເລ່ຍຕາມຫົວຄົນຂອງປະຊາຊົນໃນທົ່ວປະເທດຈີນມີເຖິງ 35.128 ຢວນ, ນັບລວມແລ້ວ,ໃນ 10 ປີຜ່ານມານີ້ໄດ້ເພີ່ມຂຶ້ນຕົວຈິງ 78,0%. ລັດໄດ້ຊ່ວຍຊຸກຍູ້ການພັດທະນາຂອງວຽກງານແລະອຸດສາຫະກຳລ້ຽງຜູ້ເຖົ້າແກ່ຊະລາດ້ວຍນະໂຍບາຍຕ່າງໆ, ເຮັດໃຫ້ຜູ້ເຖົ້າແກ່ຊະລາສາມາດໃຊ້ຊີວິດຕອນເຖົ້າແກ່ຊະລາຢ່າງມີຄວາມສຸກ, ລະຫວ່າງ ປີ 2020 ແລະ ປີ 2021, ອາຍຸຍືນທີ່ສະເລ່ຍຂອງປະຊາຊົນຈີນໄດ້ຮັກສາການເພີ່ມຂຶ້ນມາໂດຍຕະຫຼອດ.



ການຖືປະຊາຊົນເປັນໃຈກາງ ແລະ ສ້າງຄວາມສຸກໃຫ້ກັບປະຊາຊົນນັ້ນ ແມ່ນເຄື່ອງໝາຍທີ່ຈະແຈ້ງຂອງພັກຄອມມູນິດຈີນ. ປະເທດຈີນໃນຊູ່ມື້ນີ້, ໄດ້ສືບຕໍ່ສຸມໃສ່ພັດທະນາວຽກງານທີ່ເດັດນ້ອຍໄດ້ຮັບການສຶກສາ, ຜູ້ຮຽນໄດ້ຮັບການສິດສອນ, ຜູ້ອອກແຮງງານມີລາຍໄດ້, ຜູ້ເຈັບໄຂ້ໄດ້ປ່ວຍໄດ້ຮັບການປິ່ນປົວ, ຜູ້ເຖົ້າຜູ້ແກ່ມີການລ້ຽງດູ, ປະຊາຊົນມີເຮືອນຢູ່, ຜູ້ດ້ອຍໂອກາດໄດ້ຮັບການຊ່ວຍເຫຼືອ, ໄດ້ປະສົບຜົນສຳເລັດໃນການສ້າງລະບົບການສຶກສາ, ລະບົບການປະກັນສັງຄົມ, ລະບົບສາທາລະນະສຸກ ແລະ ການປິ່ນປົວ,ເປັນປະເທດໜຶ່ງທີ່ມີຄວາມປອດໄພທີ່ສຸດໃນໂລກ, ອະນາຄົດທີ່ສວຍງາມທີ່ຮັ່ງມີຮ່ວມກັນພວມເປັນຮູບເປັນຮ່າງຂຶ້ນ.