ຮອດປີ 2025, ຈີນຈະບັນລຸອັດຕາອະນຸລັກດິນທາມຢູ່ຂອບເຂດທົ່ວປະເທດເຖິງ 55%

2022-10-19 15:05:01 cri


ຫວ່າງມໍ່ໆນີ້, ຈີນໄດ້ພິມແລະແຈກຢາຍ 《ແຜນການອະນຸລັກດິນທາມທົ່ວປະເທດ(ປີ 2022-2030)》, ໂດຍໄດ້ກຳນົດຄວາມຮຽກຮ້ອງຕ້ອງການໂດຍລວມ, ການຈັດສັນສະຖາທີ່ ແລະໜ້າທີ່ສຳຄັນ ແຫ່ງການອະນຸລັກດິນທາມຂອງຈີນ, ແລະ ສະເໜີວ່າ: ເມື່ອຮອດປີ 2025, ຢູ່ຂອບເຂດທົ່ວປະເທດຈີນ ໃຫ້ຮັກສາຈຳນວນດິນທາມຢ່າງໝັ້ນທ່ຽງໂດຍລວມ, ອັດຕາອະນຸລັກດິນທາມຢູ່ຂອບເຂດທົ່ວປະເທດເຖິງ 55%. ປັດຈຸບັນ, ເນື້ອທີ່ດິນທາມຢູ່ທົ່ວປະເທດຈີນມີປະມານ 56.350.000 ເຮັກຕາ.