ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງແທ້ຈິງ

2022-10-19 16:17:22 CRI

ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ ແລະ ກໍແມ່ນແນວຄວາມຄິດທີ່ພັກຄອມມູນິດຈີນ ແລະ ປະຊາຊົນຈີນຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ພັກຄອມມູນິດຈີນໄດ້ສະຫຼຸບທິດສະດີ ແລະ ບົດຮຽນກ່ຽວກັບປະຊາທິປະໄຕປະຊາຊົນຂອງຈີນ ແລະ ໄດ້ສະເໜີແນວຄວາມຄິດປະຊາທິປະໄຕປະຊາຊົນທົ່ວຂະບວນການອອກມາ ບົນພື້ນຖານດັ່ງກ່າວ ເຊິ່ງໄດ້ກາຍເປັນທິດທາງການພັດທະນາສຳລັບປະຊາທິປະໄຕສັງຄົມນິຍົມ. ຫຼັງຈາກນັ້ນ, ປະຊາທິປະໄຕປະຊາຊົນທົ່ວຂະບວນການ ໄດ້ສອດກ່ຽວໃນວຽກງານຕ່າງໆຂອງພັກຄອມມູນິດຈີນມາໂດຍຕະຫຼອດ. ໂດຍສະເພາະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໃນຄັ້ງນີ້ ຍິ່ງໄດ້ສ່ອງແສງໃຫ້ເຫັນຢ່າງລວມສູນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງແທ້ຈິງ.

ກ່ອນອື່ນ, ເມື່ອສັງເກດການເລືອກຕັ້ງຜູ້ແທນຂອງກອງປະຊຸມຄັ້ງນີ້ຈະເຫັນໄດ້ວ່າ, ຜູ້ແທນ 2.296 ທ່ານໄດ້ເລືອກຕັ້ງຈາກສະມາຊິກພັກຈຳນວນ 96 ລ້ານກວ່າຄົນ, ໃນນັ້ນ, ຜູ້ແທນສະມາຊິກພັກ ທີ່ທຳການຜະລິດ ແລະ ເຮັດວຽກຢູ່ຂັ້ນຮາກຖານມີ 771 ທ່ານ, ກວມ 33,6% ຂອງຍອດຈຳນວນຜູ້ແທນ. ນອກນີ້, ຈຳນວນຜູ້ແທນທີ່ເປັນເພດຍິງ ແລະ ຜູ້ແທນທີ່ເປັນຊົນເຜົ່າສ່ວນໜ້ອຍ ໄດ້ກວມອັດຕາສ່ວນທີ່ສົມເຫດສົມຜົນ. ຜູ້ແທນເຫຼົ່ານີ້ແມ່ນມາຈາກຂົງເຂດເສດຖະກິດ, ວັດທະນະທຳ, ກິລາ, ສາທາລະນະສຸກ ແລະ ອື່ນໆ ເຊິ່ງໄດ້ຕາງໜ້າຄວາມປາຖະໜາຂອງສະມາຊິກພັກທີ່ເຮັດວຽກໃນທຸກຂົງເຂດ. ອັດຕາສ່ວນຂອງສະມາຊິກພັກຂອງອົງການຈັດຕັ້ງພັກຂັ້ນຮາກຖານຕ່າງໆທີ່ເຂົ້າຮ່ວມການເລືອກຕັ້ງໄດ້ບັນລຸເຖິງ 99,5%. ການເຄື່ອນໄຫວເລືອກຕັ້ງຜູ້ແທນຂອງກອງປະຊຸມຄັ້ງນີ້ ກໍຄືການປະຕິບັດຕົວຈິງຢ່າງມີຊີວິດຊີວາສຳລັບປະຊາທິປະໄຕປະຊົນທົ່ວຂະບວນການນັ້ນເອງ.

ສອງ, ຕະຫຼອດຂະບວນການຮ່າງບົດລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ກໍໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງເຕັມທີ່. ໃນຂະບວນການຮ່າງບົດລາຍງານກອງປະຊຸມ, ອົງການຈັດຕັ້ງພັກສູນກາງ ແລະ ອົງການຈັດຕັ້ງລັດຖະບານ 54 ແຫ່ງໄດ້ດຳເນີນການຄົ້ນຄວ້າສະເພາະຕໍ່ 26 ຫົວຂໍ້ສຳຄັນ ແລະ ໄດ້ເຮັດບົດລາຍງານຄົ້ນຄວ້າ 80 ສະບັບ. ນອກນີ້, ພັກຄອມມູນິດຈີນຍັງໄດ້ຂໍຄວາມເຫັນນຳປະຊາຊົນໃນທາງອອກລາຍ ກ່ຽວກັບວຽກງານຂອງກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຂໍ້ສະເໜີ 8,5 ລ້ານກວ່າຂໍ້, ຈຳນວນຜູ້ເຂົ້າຕິດຕາມໜ້າເວັບໄຊທີ່ກ່ຽວຂ້ອງມີເຖິງ 660 ລ້ານກວ່າເທື່ອຄົນ. ຄຳເຫັນ ແລະ ຂໍ້ສະເໜີເຫຼົ່ານີ້ຈາກພາຍໃນພັກ ແລະ ນອກພັກ ມີຈັກນວນຫຼາໄດ້ຮັບພິຈາລະນາ ແລະ ຈັດເຂົ້າໃນການຮ່າງບົດລາຍງານ.

ປະຊາທິປະໄຕບໍ່ແມ່ນເວົ້າແບບລົມໆແລ້ງໆຢ່າງເດັດຂາດ, ມີແຕ່ປະຊາທິປະໄຕທີ່ດ້ປະຕິບັດຕົວຈິງ ຈິ່ງແມ່ນປະທິປະໄຕທີ່ແທ້ຈິງ. ປະຊາທິປະໄຕປະຊາຊົນທົ່ວຂະບວນການ ທີ່ຖືປະຊາຊົນເປັນໃຈກາງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ພື້ນຖານທີ່ສຸດ ໃນການສ້າງການເມືອງປະຊາທິປະໄຕໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່ຂອງຈີນ. ມີແຕ່ພິຈາລະນາທິດສະດີ ແລະ ພຶດຕິກຳ ກ່ຽວກັບປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງເປັນເອກະພາບກັນ ຈິ່ງຈະສາມາດສະແດງໃຫ້ເຫັນເຖິງຄວາມດີເລີດຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງແທ້ຈິງ. ການເຄື່ອນໄຫວເລືອກຕັ້ງຜູ້ແທນກອງປະຊຸມ ແລະ ການເຄື່ອນໄຫວຮ່າງບົດລາຍງານຂອງກອງປະຊຸມ ໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງພັກຄອມມູນິດຈີນຢ່າງແທ້ຈິງ ເຊິ່ງໄດ້ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງມີໄຊ ພ້ອມທັງໄດ້ຢືນຢັນວ່າ, ປະຊາທິປະໄຕປະຊາຊົນທົ່ວຂະບວນການ ແມ່ນປະຊາທິປະໄຕທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະ ບັງເກີດຜົນທີ່ສຸດ.