ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນມີຄວາມໝາຍສຳຄັນຕໍ່ລາວ ແລະ ປະເທດຕ່າງໆໃນທົ່ວໂລກ

2022-10-19 10:11:49 CRI


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງພັກກອມມູນິດຈີນ ແລະ ກໍມີຄວາມໝາຍສຳຄັນຕໍ່ ລາວ ແລະ ປະເທດຕ່າງໆໃນທົ່ວໂລກ

    ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ລາວກ່າວວ່າ: ປະຊາຊົນລາວຕິດຕາມຢ່າງໃກ້ຊິດເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນອ້າຍນ້ອງ ແລະລໍຖ້າການຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ຢ່າງຈົດຈໍ່. ກອງປະຊຸມຄັ້ງທີ 20 ຂອງພັກກອມມູນິດຈີນນີ້ ຈະເປີດໄຂຂຶ້ນໃນທ່າມກາງສະພາບຂອງໂລກ ແລະສະພາບຂອງພາກພື້ນທີ່ມີຄວາມສັບສົນປັ່ນປ່ວນ ແຕ່ເວລາດຽວກັນນັ້ນ, ປະຊາຊົນຈີນ, ປະເທດຈີນກໍາລັງດໍາລົງຄົງຕົວ ກໍາລັງດໍາລົງຊີວິດຢູ່ຢ່າງສະຫງົບສັນຕິ, ປະເທດຈີນກໍາລັງພັດທະນາໄປຂ້າງໜ້າຢ່າງແຂງແຮງ ແລະໜັກແໜ້ນພາຍໃຕ້ການນໍາພາພັກກອມມູນິດຈີນ ອັນມີສະຫາຍເລຂາທິການໃຫຍ່ປະທານປະເທດສີຈິ້ນຜິງເປັນຜູ້ນໍາ.ພວກຂ້າພະເຈົ້າເຊື່ອໝັ້ນທີ່ສຸດວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຈະນໍາເອົາຜົນສໍາເລັດສໍາຄັນ, ໃຫຍ່ຫຼວງມາສູ່ປະຊາຊົນຈີນທົ່ວປະເທດ, ຜົນສໍາເລັດດັ່ງກ່່າວຈະເປັນກໍາລັງແຮງອັນຍິ່ງໃຫຍ່ໃຫ້ແກ່ການກ້າວສູ່ໄຊຊະນະແຫ່ງເປົ້າໝາຍຮ້ອຍປີເຫດການທີສອງ ແລະການສ້າງສັງຄົມນິຍົມທີ່ມີສີສັນຂອງຈີນໃນຍຸກໃໝ່.


ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານສົມມາດ ພົນເສນາ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ລາວກ່າວວ່າ:ໃນຖານະທີ່ເປັນເພື່ອນມິດກັບປະຊາຊົນຈີນ, ຂ້າພະເຈົ້າກໍໄດ້ຕິດຕາມ ຮັບຟັງ ບົດລາຍງານການເມືອງຂອງສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ  ສິ່ງທີ່ໃຫ້ຂ້າພະເຈົ້າປະທັບໃຈນີ້, ແມ່ນທ່ານສະຫາຍ ສີຈິ້ນຜິງໄດ້ເວົ້າວ່າ: ພວກເຮົາຕ້ອງຖືເອົາການໄດ້ຮັບຄວາມນິຍົມຊົມຊອບເຫຼື້ອໃສສັດທາຂອງປະຊາຊົນ ເປັນເງື່ອນໄຂອັນສໍາຄັນອັນໜຶ່ງ ຕັດສິນການກໍາອໍານາດຂອງພັກກອມມູນິດ, ອັນນີ້ຂ້າພະເຈົ້າຄິດວ່າພວກເຮົາຄວນໄດ້ຮໍ່າຮຽນເອົານໍາເພິ່ນ,ເຊື່ອແນ່ວ່າ, ພາຍໃຕ້ການນໍາພາຂອງສະຫາຍສີຈິ້ນຜິງ ກອງປະຊຸມຄັ້ງທີ 20 ຈະໄດ້ບັນລຸຢ່າງຈົບງາມຕາມເປົ້າໝາຍທີ່ວາງໄວ້.


ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານສັງຂານ ຈູງຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດລາວກ່າວວ່າ: ຂ້າພະເຈົ້າໄດ້ຕິດຕາມການຖ່າຍທອດສົດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ແລະຕີລາຄາໄດ້ວ່າເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໂດຍສະເພາະແມ່ນເວລາທີ່ ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ນຳສະເໜີບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່, ເຊິ່ງມີທັງຜົນງານ 5 ປີຜ່ານມາ ແລະກຳນົດແຜນການ 5 ປີຕໍ່ໜ້າຫຼືຍາວກວ່ານັ້ນ, ລ້ວນແລ້ວແຕ່ເປັນທີ່ສົນໃຈບໍ່ສະເພາະແຕ່ປະຊາຊົນ ແລະປະເທດຈີນເທົ່ານັ້ນ, ທົ່ວໂລກກໍໃຫ້ການຕິດຕາມກອງປະຊຸມນີ້ເຊັ່ນດຽວກັນ, ເພາະມີສ່ວນກ່ຽວພັນເຖິງຊາຕາກຳ ຂອງໂລກເຊັ່ນດຽວກັນ. ສະເພາະນັກຂ່າວທີ່ໄປຕິດຕາມຢູ່ກອງປະຊຸມທີ່ນະຄອນຫລວງປັກກິ່ງ ກໍມີຫຼາຍເກືອບ 3000 ຄົນ ທັງນັກຂ່າວຈີນ, ນັກຂ່າວຕ່າງປະເທດ ໝາຍວ່າທົ່ວໂລກຕິດຕາມກອງປະຊຸມໃຫຍ່ນີ້ຢ່າງໃກ້ຊິດ.ຫວັງວ່າຄະນະພັກຊຸດໃຫມ່ຂອງຈີນຈະມີນະໂຍບາຍສືບຕໍ່ການພົວພັນຮ່ວມມືລະຫວ່າງ ລາວ-ຈີນໃຫ້ກ້າວໄປສູ່ຜົນສຳເລັດຮ່ວມກັນຫຼາຍຂຶ້ນກວ່າເກົ່າ, ບົນເສັ້ນທາງລາວ-ຈີນ ແມ່ນຄູ່ຮ່ວມຊາຕາກຳດຽວກັນ, ທີ່ມີອຸດົມການອັນດຽວກັນ.


ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວສະຖານີວິທະຍຸແລະໂທລະພາບສູນກາງຈີນ(CMG)ເມື່ອວັນທີ 15 ຕຸລາ 2022,ທ່ານ ສິດທິໄຊ ໄຊຍະວົງ, ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະວິຊາການຈີນ, ຜູ້ອຳນວຍການ ສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ:ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20ຂອງພັກກອມມູນິດຈີນເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໂດຍສະເພາະແມ່ນຕໍ່ ສປ ຈີນ, ໃນນັ້ນ,ການກຳນົດແນວທາງຍຸດທະສາດການພັດທະນາບໍ່ສະເພາະແຕ່ເນັ້ນໃສ່ຂອງຊາດແລະປະຊາຊົນຈີນ,ຫາກຍັງລວມເຖິງການພັດທະນາທີ່ມີຕໍ່ສາກົນ ກໍຄືຂອງໂລກໃນປັດຈຸບັນຕື່ມອີກ, ໂດຍສະເພາະທີ່ກ່ຽວຂ້ອງກັບ ສປປ ລາວ. ຂ້າພະເຈົ້າມີຄວາມຄາດຫວັງວ່າຈະເຫັນນະໂຍບາຍກຳນົດຍຸດທະສາດ ທີ່ກ່ຽວກັບລະບຽບການອັນສໍາຄັນຕໍ່ໂລກ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງໂລກ ຫຼືການພັດທະນາຂອງມວນມະນຸດກ້າວສູ່ຄວາມເປັນລະບຽບ ແລະມີຄວາມສີວິໄລຍິ່ງໆຂຶ້ນໄປ, ໂດຍສະເພາະນະໂຍບາຍທີ່ກ່ຽວຂ້ອງກັບ ສປປ ລາວ ເຊັ່ນ: ໜຶ່ງແລວໜຶ່ງເສັ້ນທາງ ຫວັງວ່າຈະເປັນຮູບປະທຳຫຼາຍຂຶ້ນຕື່ມ.