ແນວຄວາມຄິດໃໝ່ໃນຄຳເວົ້າສຳນວນບູຮານແບບອຳມະຕະຂອງຈີນ2: ການສ້າງຄວາມຮັ່ງມີຮ່ວມກັນ

2022-10-19 16:15:50 CRI


ສະບາຍດີທ່ານຜູ້ຊົມ. ຂ້າພະເຈົ້າແມ່ນ “ຊິນຊິນ”. ຖ້າຂຽນຄຳສັບທີ່ວ່າ “ຮັ່ງມີ” ດ້ວຍອັກສອນຮູບໃນສະໄໝບູຮານຂອງຈີນ, ຄຳສັບນີ້ຈະປະກອບດ້ວຍຮູບ “ເສື້ອ” ແລະ “ເຂົ້າ” ເຊິ່ງໝາຍຄວາມວ່າ: ຖ້າບໍ່ເປັນຫ່ວງນຳເລື່ອງປາກທ້ອງແລ້ວ, ຊີວິດກໍຮັ່ງມີຂຶ້ນແລ້ວ. ສະນັ້ນ, ຈິ່ງວ່າມັນມີຄວາມໝາຍຈະແຈ້ງດີເນາະ!

ທົ່ວໂລກເປັນຄອບຄົວດຽວກັນ, ໝົດທຸກຄົນລ້ວນແຕ່ສະເໝີພາບກັນ, ໝົດທຸກຄົນສາມາດກິນອີ່ມນຸ່ງອຸ່ນ ແລະ ມີຊີວິດທີ່ສຸກສຳລານ, ນີ້ແມ່ນ “ປະເທດໃນອຸດົມການ” ທີ່ຊົນຊາດຈີນສະແຫວງຫາມາແຕ່ບູຮານນະການ ເຊິ່ງໄດ້ກຳເນີດເກີດຈາກແນວຄິດ “ອີ່ມໜຳສຳລານ” ແລະ “ທົ່ວໂລກເຊື່ອມໂຍງເຂົ້າກັນ” ຂອງສຳນັກຂົງຈື້ຂອງຈີນເມື່ອ 2.500 ກວ່າປີກ່ອນ.

ອຸດົມການດັ່ງກ່າວໄດ້ເປັນສິ່ງຊຸກຍູ້ວິລະບຸລຸດຂອງຊົນຊາດຈີນໃນສະໄໝຕ່າງໆ ໃຫ້ເຂົາເຈົ້າສູ້ຊົນຜ່ານຜ່າຢ່າງບໍ່ລົດລະ. ປີ 2021, ເນື່ອງໃນໂອກາດວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ, ພັກຄອມມູນິດຈີນໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 1 ຂອງຕົນ, ນັ້ນກໍຄື: ໄດ້ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານບົນແຜ່ນດິນທົ່ວປະເທດຈີນ ເຊິ່ງໄດ້ແກ້ໄຂບັນຫາຄວາມທຸກຍາດເດັດຖານເປັນຄັ້ງປະຫວັດສາດ ແລະ ໄດ້ຢວ່າງບາດກ້າວໃຫຍ່ໄປສູ່ປະເທດໃນອຸດົມການ.

ໂດຍຢືນຢູ່ຈຸດເລີ່ມໃໝ່, ທ່ານສີຈິ້ນຜິງໄດ້ເລັ່ງສາຍຕາໄປສູ່ເປົ້າໝາຍທີ່ຍິ່ງໃຫຍ່ກວ່າເກົ່າອີກ, ນັ້ນກໍຄື: “ສ້າງຄວາມຮັ່ງມີພ້ອມກັນ”. ທ່ານມັກອ້າງອີງຕາມຄຳເວົ້າຈີນບູຮານໃນ 1.800 ກວ່າປີກ່ອນມາເວົ້າວ່າ: “国之称富者,在乎丰民” ເຊິ່ງໝາຍຄວາມວ່າ: ປະເທດໜຶ່ງຮັ່ງມີຂຶ້ນແທ້ຈິງ, ຈະບໍ່ແມ່ນພຽງແຕ່ວ່າ, ໃນຄັງສາງຂອງຊາດມີເງິນຄຳເຕັມປ່ຽມ ແລະ ມີເຂົ້າເຕັມເລົ້າເຕັມເຍຍເທົ່ານັ້ນ, ຫາກຍັງໝາຍເຖິງປະຊາຊົນຕ້ອງຮັ່ງມີໂດຍທົ່ວໄປ. ປະໂຫຍກນີ້ໄດ້ສະແດງໃຫ້ເຫັນເຖິງແນວຄິດການຖືປະຊາຊົນເປັນກົກໃນມູນເຊື້ອວັດທະນະທຳຂອງຈີນ.

ແນວຄິດການຖືປະຊາຊົນເປັນກົກຂອງນັກປາດສະໄໝບູຮານຂອງຈີນເຫັນວ່າ: ປະຊາຊົນຮັ່ງມີແລ້ວປະເທດກໍຈະເຂັ້ມແຂງ, ສະນັ້ນ, ໃນການວາງນະໂຍບາຍ, ຄວນຖືເອົາປະຊາຊົນຮັ່ງມີໄວ້ຢູ່ໃນຖານະບູລິມະສິດ. ນີ້ກໍໄດ້ກາຍເປັນແນວຄວາມຄິດທີ່ຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ແຫຼ່ງກຳເນີດຂອງແນວຄິດເພື່ອປະຊາຊົນຂອງທ່ານສີຈິ້ນຜິງ. ທ່ານເຄີຍເວົ້າຢ່າງລະອຽດວ່າ: “ການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ຂາດແມ່ນແຕ່ຄົນດຽວກໍບໍ່ໄດ້;  ການສ້າງຄວາມຮັ່ງມີພ້ອມກັນ, ບໍ່ໃຫ້ຄົນໃດຕົກແຖວ.”

ທັດສະນະທີ່ວ່າ: “立己达人,兼济天下。”ນີ້ແມ່ນສະເໜີໂດຍຂົງຈື້ ຜູ້ສ້າງສຳນັກຂົງຈື້ໃນສະໄໝບູຮານຂອງຈີນ ເຊິ່ງມີຄວາມໝາຍວ່າ: ຕ້ອງເພີ່ມທະວີການຝຶກຝົນຕົນເອງທາງດ້ານຄຸນນະທຳ, ເຮັດໃຫ້ຕົນມີຄຸນສົມບັດທີ່ດີ. ພາຍຫຼັງສ້າງພາລະກິດໄດ້ສຳເລັດແລ້ວ, ຕ້ອງຮັກແພງຄົນອື່ນ, ຕອບແທນສັງຄົມ, ເຮັດໃຫ້ຄົນທັງຫຼາຍພັດທະນາ ແລະ ກ້າວໜ້າຮ່ວມກັນ. ແນວຄິດນີ້ໄດ້ກາຍເປັນເນື້ອໃນໃຈກາງ ແລະ ທິດຊີ້ນຳທີ່ສືບທອດມາເປັນເວລາຫຼາຍພັນປີຂອງຊົນຊາດຈີນ.

ສະນັ້ນ, “ການສ້າງຄວາມຮັ່ງມີພ້ອມກັນ” ຂອງຈີນ ຈະບໍ່ແມ່ນຈີນຮັ່ງມີຂຶ້ນເອງເທົ່ານັ້ນ, ຫາກແມ່ນຕ້ອງຊ່ວຍປະເທດພວມພັດທະນາທັງຫຼາຍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບັນລຸອຸດົມການ “ທົ່ວໂລກເຊື່ອມໂຍງກັນ” ອີກດ້ວຍ.

ຢູ່ອາຊີຕາເວັນອອກສຽງໃຕ້, ຄະນະຊ່ຽວຊານຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ມຸ່ງໜ້າໄປສູ່ເຂດຫ່າງໄກສອກຫຼີຂອງກຳປູເຈຍ, ລາວ ແລະ ມຽນມາ ເພື່ອຊ່ວຍປະຊາຊົນທ້ອງຖິ່ນດຳເນີນການກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາອຸດສາຫະກຳການຜະລິດ; ຢູ່ອາຟຣິກາ, ໂຄງການໂທລະພາບດີຈີຕອນຜ່ານດາວທຽມທີ່ຈີນຊ່ວຍເຫຼືອ ໄດ້ເຮັດໃຫ້ປະຊາຊົນທ້ອງຖິ່ນສາມາດຮັບຮູ້ໂລກພາຍນອກໂດຍຜ່ານລາຍການໂທລະພາບ; ຢູ່ອາເມຣິກາລາຕິນ, ໂຄງການສາຍສົ່ງໄຟຟ້າແຕ່ເໜືອຕະຫຼອດໃຕ້ຂອງບຣາຊິນ ໄດ້ແກ້ໄຂບັນຫາຂາດແຄນພະລັງໄຟຟ້າຂອງ 22 ລ້ານຄົນ; ຢູ່ທະວີບໂອຊີອານີ, ເຕັກນິກປູກຫຍ້າເຫັດ, ປູກເຂົ້າໄຮ່ໄດ້ກ້າວເຂົ້າສູ່ປະເທດປາປົວນິວກີເນ ແລະ ຟີຈີ ເຊິ່ງຖືກເອີ້ນວ່າເປັນ “ຄວາມຫວັງໃໝ່ຂອງກະສິກຳປະເທດເກາະດອນ” ແລະ ອື່ນໆ.

ການລຶບລ້າງຄວາມທຸກຍາກແມ່ນອຸດົມການຮ່ວມຂອງມວນມະນຸດມາໂດຍຕະຫຼອດ, ການສ້າງຄວາມຮັ່ງມີຮ່ວມກັນ ແມ່ນຄວາມມຸ່ງມາດປາຖະໜາຂອງຈີນນັບແຕ່ບູຮານນະການ. ວັນທີ 16 ຕຸລານີ້, ທ່ານສີຈິ້ນຜິງ ໄດ້ປະກາດຢ່າງເຄັ່ງຂຶມໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ:

“ພວກເຮົາຕ້ອງສ້າງຜົນປະໂຫຍດພື້ນຖານໃຫ້ແກ່ປະຊາຊົນອັນໄພສານທີ່ສຸດ, ພ້ອມທັງປົກປ້ອງ ແລະ ພັດທະນາຜົນປະໂຫຍດຂອງປະຊາຊົນໃຫ້ດີ, ກຳແໜ້ນບັນຫາຜົນປະໂຫຍດທີ່ຕິດແທດຕົວຈິງທີ່ສຸດ, ໂດຍກົງທີ່ສຸດ ແລະ ປະຊາຊົນເອົາໃຈໃສ່ທີ່ສຸດ. ເພີ່ມຄວາມສົມດຸນ ແລະ ຄວາມທົ່ວເຖິງຂອງການບໍລິການສາທາລະນະໃຫ້ສູງຂຶ້ນ ແລະ ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.”

ມາ! ໃຫ້ພວກເຮົາສ້າງຄວາມຮັ່ງມີຮ່ວມກັນເຖາະ!