ບຸກຄົນການເມືອງທີ່ສຳຄັນຂອງຫຼາຍປະເທດປຶກສາຫາລືຢ່າງຟົດສະນັ່ນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ: ພັກຄອມມູນິດຈີນແມ່ນພັກການເມືອງທີ່ມີຄວາມສາມາດດ້ານການກຳອຳນາດທີ່ເຂັ້ມແຂງ

2022-10-19 15:39:56 cri

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້. ຫວ່າງມໍ່ໆມານີ້, ບຸກຄົນການເມືອງທີ່ສຳຄັນຂອງຫຼາຍປະເທດຕ່າງໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ເຊື່ອວ່າພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ປະຊາຊົນຈີນຈະສາມາດບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີສອງຕາມເວລາທີ່ກຳນົດໄວ້ຢ່າງແນ່ນອນ ເພື່ອປະກອບສ່ວນທີ່ສຳຄັນເຂົ້າໃນສັນຕິພາບແລະການພັດທະນາຂອງໂລກ.

      ທ່ານ ບຸຍຖານເຊີນ ກຳມະການສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວພາສາຫວຽດນາມຂອງ CMG ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນບໍ່ພຽງແຕ່ແມ່ນເຫດການໃຫຍ່ໃນຊີວິດ ການເມືອງຂອງຈີນເທົ່ານັ້ນ,ຫາກຍັງເປັນເຫດການໃຫຍ່ທີ່ປະຈັກຕາຊາວໂລກອີກດ້ວຍ. ຫວຽດນາມສະໜັບສະໜູນການພັດທະນາຂອງຈີນຢ່າງບໍ່ຢຸດຢັ້ງຕະຫຼອດໄປ ເພື່ອປະກອບສ່ວນຢ່າງຕັ້ງໜ້າທີ່ນັບມື້ນັບສຳຄັນເຂົ້າໃນສັນຕິພາບ,ການຮ່ວມມືແລະການພັດທະນາຂອງພາກພື້ນແລະສາກົນ.

      ວັນທີ 17 ຕຸລານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວສຳນັກລາຍການໄນໂຣບີຂອງ CMG, ທ່ານ ຈອນສະໂຕນ ມູທາມາ ປະທານສະຫະພັນເພື່ອປະຊາທິປະໄຕເຊິ່ງເປັນພັກກຳອຳນາດຂອງເຄັນຢາໄດ້ຕີລາຄາຢ່າງສູງຕໍ່ຜົນສຳເລັດອັນຍິ່ງໃຫຍ່ທີ່ປະຊາຊົນຈີນໄດ້ຮັບພາຍໃຕ້ການນຳພາຂອງພັກຄອມມູນິດຈີນ,ແລະໄດ້ຍ້ອງຍໍສັນລະເສີນພັກຄອມມູນິດຈີນມີຄວາມສາມາດດ້ານການກຳອຳນາດທີ່ດີເດັ່ນ. ທ່ານກ່າວວ່າ: ຫວັງວ່າຈະສາມາດຖອດຖອນບົດຮຽນແລະຮ່ຳຮຽນນຳພັກຄອມມູນິດຈີນ,ເພີ່ມທະວີການໄປມາຫາສູ່ກັນລະຫວ່າງພັກຂອງສອງຝ່າຍແລະຊຸກຍູ້ການຂະຫຍາຍການພົວພັນລະຫວ່າງສອງປະເທດ.