ໄຂງານວາງສະແດງຮູບຖ່າຍລະລຶກການຫັນເປັນປົກກະຕິຂອງສາຍພົວພັນທາງການທູດລະຫວ່າງຈີນ-ຍີ່ປຸ່ນຄົບຮອບ 50 ປີຢູ່ທີ່ຍີ່ປຸ່ນ

2022-10-19 16:19:36 CRI


 ຕາມຂ່າວCRI: ວັນທີ 18 ຕຸລານີ້, ງານວາງສະແດງຮູບຖ່າຍລະລຶກການຫັນເປັນປົກກະຕິຂອງສາຍພົວພັນທາງການທູດລະຫວ່າງຈີນ-ຍີ່ປຸ່ນຄົບຮອບ 50 ປີ-ເພື່ອນບ້ານໃກ້ຄຽງຖາວອນ ໄດ້ໄຂຂຶ້ນຢູ່ຫໍວັດທະນະທຳທີ່ຫຼາກຫຼາຍໂຕກຽວຂອງຍີ່ປຸ່ນ.

 

ງານວາງສະແດງຄັ້ງນີ້ແມ່ນງານວາງສະແດງໝູນວຽນຢູ່ຍີ່ປຸ່ນຂອງ ງານວາງສະແດງຮູບຖ່າຍລະລຶກການຫັນເປັນປົກກະຕິຂອງສາຍພົວພັນທາງການທູດລະຫວ່າງຈີນ-ຍີ່ປຸ່ນຄົບຮອບ 50 ປີ-ເພື່ອນບ້ານໃກ້ຄຽງຖາວອນ” ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນເດືອນມິຖຸນາປີ 2022 ນີ້. ງານວາງສະແດງຖືການໄປມາຫາສູ່ກັນຂອງຝ່າຍພົນລະເຮືອນເປັນຫຼັກ, ຖື ເພື່ອນບ້ານໃກ້ຄຽງຖາວອນ ເປັນຫົວຂໍ້ຫຼັກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈທີ່ຄ່ອງຄອຍໄມຕີຈິດມິດຕະພາບທຸກເຊັ່ນຄົນລະຫວ່າງຈີນ-ຍີ່ປຸ່ນຈາກວົງການຕ່າງໆຂອງສອງປະເທດ.


ນອກຈາກຮູບພາບ 110 ແຜ່ນທີ່ຖືກວາງສະແດງຢູ່ນະຄອນຫຼວງປັກກິ່ງ, ງານວາງສະແດງຄັ້ງນີ້ຍັງໄດ້ເພີ່ມຕື່ມຮູບພາບທີ່ມີລັກສະນະທ້ອງຖິ່ນຂອງຍີ່ປຸ່ນ 27 ແຜ່ນ. ງານວາງສະແດງຄັ້ງນີ້ຈະຈັດຂຶ້ນໄປຮອດວັນທີ 30 ຕຸລານີ້.