ເອກອັກຄະລັດຖະທູດອີຣັກປະຈຳຈີນ: “ເຊື່ອວ່າພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຈີນຈະໄດ້ຮັບຜົນສຳເລັດດ້ານການພັດທະນາທີ່ມີຄວາມຈະເລີນຮຸ່ງເຮືອງກວ່າເກົ່າ”

2022-10-19 16:20:48 CRI

 

ຕາມຂ່າວCRI: ໃນໄລຍະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານໂຊ ຄາລິດ ຊາຢິດ, ເອກອັກຄະລັດຖະທູດອີຣັກປະຈຳຈີນໄດ້ໃຫ້ສຳພາດສະເພາະຕໍ່ນັກຂ່າວຂອງຂ່າວສານຊິ່ນຮວາ. ທ່ານກ່າວວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນມີຄວາມ

ໝາຍທີ່ສຳຄັນຕໍ່ຈີນແລະທົ່ວໂລກ, ທ່ານໄດ້ຮັບຊົມການຖ່າຍທອດສົດຂອງກອງປະຊຸມໃຫຍ່ໃນວັນທີ 16 ຕຸລານີ້, ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຜົນສຳເລັດທີ່ໄດ້ຮັບໃນການພັດທະນາຂອງຈີນ, ທັດສະນະທີ່ຖືປະຊາຊົນໃນຖານະສູງສຸດແລະເນື້ອໃນອື່ນໆທີ່ຖືກລະບຸໃນບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ. ເຊື່ອວ່າພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຈີນຈະໄດ້ຮັບຜົນສຳເລັດດ້ານການພັດທະນາທີ່ມີຄວາມຈະເລີນຮຸ່ງເຮືອງກວ່າເກົ່າ.

 

ທ່ານໂຊ ຄາລິດ ຊາຢິດກ່າວຕື່ມວ່າ: ການໄດ້ຮັບຜົນສຳເລັດດ້ານການພັດທະນາຢ່າງໃຫຍ່ຫຼວງຂອງຈີນສະແດງໃຫ້ເຫັນວ່າ, ພັກຄອມມູນິດຈີນມີຄວາມສາມາດໃນການວາງເປົ້າໝາຍຍຸດທະສາດຍາວໄກຢ່າງຖືກຕ້ອງຕາມຫຼັກວິທະຍາສາດ, ມີຄວາມສາມາດໃນການສ້າງສາປະເທດໃຫ້ດີ, ແລະຮັບໃຊ້ບໍລິການປະຊາຊົນໃຫ້ດີ.

 

ເມື່ອເວົ້າເຖິງການພົວພັນສອງຝ່າຍ, ທ່ານໂຊ ຄາລິດ ຊາຢິດກ່າວເນັ້ນວ່າ: ຫວັງວ່າສອງປະເທດຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດຕື່ມອີກ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຕໍ່ກັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອີຣັກ-ຈີນໃຫ້ໄດ້ຮັບຄວາມຄືບໜ້າໃໝ່.