ຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຈີນ ແລະ ປົກປັກຮັກສາຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ

2022-10-19 16:54:44 CRI

ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແລະ ວັນນັ້ນພໍດີກົງກັບວັນທັນຍາຫານໂລກ. ທ່ານສີຈິ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກຊຸດທີ 19 ໄດ້ຂຶ້ນຜ່ານບົດລາຍງານຕໍ່ກອງປະຊຸມ ໂດຍກ່າວເນັ້ນອີກເທື່ອໜຶ່ງວ່າ: “ປົກປ້ອງພື້ນຖານດ້ານຄວາມໝັ້ນຄົງຂອງທັນຍາຫານຢ່າງຮອບດ້ານ, ເຝົ້າຮັກສາເສັ້ນພື້ນຖານຕ່ຳສຸດທີ່ມີເນື້ອທີ່ປູກຝັງ 120 ລ້ານເຮັກຕາຂອງຈີນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງປະຊາຊົນຈີນຢ່າງແທ້ຈິງ.”

ບັນຫາທັນຍາຫານຂອງປະຊາຊົນຈີນ ທີ່ໄດ້ກວມ 1 ສ່ວນ 5 ຂອງປະຊາກອນທົ່ວໂລກ ໄດ້ພົວພັນເຖິງຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ ແລະ ໄດ້ດຶງດູດຄວາມສົນໃຈຂອງໂລກ. ວັນທີ 17 ຕຸລານີ້, ໃນກອງປະຊຸມຖະແຫຼງຂ່າວຄັ້ງທຳອິດ ພາຍຫຼັງໄຂກອງປະຊຸມໃຫຍ່ຂອງພັກຄັ້ງທີ 20, ທ່ານຊົງລຽງ ຫົວໜ້າອົງການສະສົມທັນຍາຫານ ແລະ ເຄື່ອງຍຸດທະສາດແຫ່ງຊາດຈີນກ່າວວ່າ: ຍອດຜົນຜະລິດທັນຍາຫານສະເລ່ຍຕໍ່ຫົວຄົນຂອງຈີນໄດ້ບັນລຸເຖິງ 483,5 ກິໂລ, ເຖິງຈະບໍ່ພິຈາລະນາເຖິງທັນຍາຫານນຳເຂົ້າ ແລະ ທັນຍາຫານທີ່ສະສົມໃນສາງຢ່າງອຸດົມສົມບູນແລ້ວ, ກໍໄດ້ລື່ນກາຍ 400 ກິໂລ ທີ່ເປັນເສັ້ນເຕືອນໄພທັນຍາຫານ ທີ່ໄດ້ຮັບຮອງຈາກປະຊາຄົມໂລກ. ອາດເວົ້າໄດ້ວ່າ: ຄວາມໝັ້ນຄົງດ້ານທັນຍາຫານຂອງຈີນໄດ້ມີພື້ນຖານທີ່ແໜ້ນແກ່ນ.



ເຮັດແນວໃດ, ຈີນຈິ່ງສາມາດລ້ຽງດູປະຊາກອນຂອງຕົນທີ່ກວມປະຊາກອນຂອງໂລກເກືອບ 20% ດ້ວຍເນື້ອທີ່ປູກຝັງກວມບໍ່ຮອດ 9% ຂອງໂລກ, ພັດມີຜົນຜະລິດທັນຍາຫານກວມປະມານ 1 ສ່ວນ 4 ຂອງໂລກໄດ້? ສຳຄັນແມ່ນຍ້ອນວ່າ, ລັດຖະບານຈີນໄດ້ຕັ້ງໜ້າຊຸກຍູ້ການຫັນຂະແໜງການກະສິກຳເປັນທັນສະໄໝ ແລະ ຍົກຄວາມສາມາດດ້ານການຜະລິດທັນຍາຫານສັງລວມໃຫ້ສູງຂຶ້ນ.



ຄັນຊັ້ນ, ເພື່ອແກ້ໄຂຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ, ຈີນໄດ້ທຳຄວາມພະຍາຍາມແນວໃດ? ຄຳຕອບກໍຄື:

1. ຈີນໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍເທື່ອ ເພື່ອໃຫ້ການຊ່ວຍເຫຼືອທາງມະນຸດສະທຳດ້ານທັນຍາຫານແກ່ປະເທດທີ່ມີຄວາມຕ້ອງການດ່ວນທີ່ສຸດ.

2. ຈີນໄດ້ດຳເນີນການຮ່ວມມືດ້ານກະສິກຳກັບ 140 ກວ່າປະເທດ ແລະ ເຂດແຄວ້ນ ແລະ ໄດ້ເຜີຍແຜ່ເຕັກນິກກະສິກຳ 1.000 ກວ່າລາຍການຢູ່ໃນປະເທດພວມພັດທະນາຢ່າງກວ້າງຂວາງ.

3. ຈີນໄດ້ຮວບຮວມຄວາມສາມາດຂອງທົ່ວໂລກຢ່າງບໍ່ຢຸດຢັ້ງ ເພື່ອຮັບມືກັບສິ່ງທ້າທາຍໃນຂົງເຂດຄວາມໝັ້ນຄົງດ້ານທັນຍາຫານ ເພື່ອຊຸກຍູ້ໃຫ້ລະບົບຄຸ້ມຄອງຄວາມໝັ້ນຄົງດ້ານທັນຍາຫານຂອງທົ່ວໂລກ ມີຄວາມທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ໃນບົດລາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຄັ້ງນີ້, ຜູ້ນຳສູງສຸດຂອງຈີນໄດ້ສະແດງວ່າ: ຈີນຍິນດີຮ່ວມກັບປະຊາຄົມໂລກ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄາມໝັ້ນຄົງທົ່ວໂລກ ພ້ອມທັງຮຽກຮ້ອງຢ່າງຈິງໃຈ ເພື່ອໃຫ້ທົ່ວໂລກ “ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະຕ່າງໆໃນທົ່ວໂລກ”. ສາມາດເວົ້າໄດ້ວ່າ, ໃນອະນາຄົດ, ໃນຂະນະທີ່ຈີນຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງປະເທດຕົນ, ຈີນຍັງຄົງສືບຕໍ່ປະສານສົມທົບກັບປະເທດຕ່າງໆໃນໂລກ, ຕ່າງຊ່ວຍຊູຍູ້ໜູນກັນ, ຮ່ວມກັນພະຍາຍາມຢ່າງບໍ່ລົດລະ ເພື່ອປົກປ້ອງຄວາມໝັ້ນຄົງດ້ານທັນຍາຫານຂອງທົ່ວໂລກ, ປະກອບສ່ວນໃໝ່ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.