ຈີນແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຄະດີເສຍຊີວິດຕ່ຳກວ່າໝູ່ ແລະຄະດີໃຊ້ປືນແລະລະເບີດໜ້ອຍກວ່າໝູ່

2022-10-20 14:39:23 cri

ວັນທີ 19 ຕຸລານີ້, ທ່ານສູຍກັ່ນລູ້ ກຳມະການຄະນະພັກ ທັງເປັນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໃຫ້ຮູ້ວ່າ, ຈີນແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຄະດີເສຍຊີວິດຕ່ຳກວ່າໝູ່ ອັດຕາຕ້ອງໂທດທາງອາຍາຕ່ຳກວ່າໝູ່ ແລະຄະດີໃຊ້ປືນແລະລະເບີດໜ້ອຍກວ່າໝູ່, ໃນປະຊາກອນແຕ່ລະແສນຄົນມີຄະດີເສຍຊີວິດພຽງແຕ່ 0,5 ຄະດີ.


ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວຄັ້ງທີ 3 ທີ່ຈັດຂຶ້ນຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານສູຍກັ່ນລູ້ກ່າວວ່າ, ໃນ 10 ປີຜ່ານມາ, ຄະດີທາງອາຍາ, ອຸບັດຕິເຫດຂອງຈີນໄດ້ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ. ໃນປີ 2021, ເມື່ອທຽບໃສ່ປີ 2012 ແລ້ວ, ຈຳນວນຕັ້ງຄະດີຕ້ອງໂທດທາງອາຍາ 8 ປະເພດຕົ້ນຕໍ ທີ່ລວມທັງ ການຂ້າຄົນຕາຍ, ການຂົ່ມຂືນແລະອື່ນໆ ໄດ້ຫຼຸດລົງ 64,4%, ຈຳນວນຄະດີຕ້ອງໂທດຢາເສບຕິດໄດ້ຫຼຸດລົງ  56,8%, ຄະດີປຸ້ນຈີ້ແລະຍາດເຄື່ອງຫຼຸດລົງ 96,1%, ຄະດີລັກເຄື່ອງຫຼຸດລົງ 62,6%, ຈຳນວນອຸບັດຕິເຫດດ້ານຄົມມະນາຄົມທີ່ມີຄົນເສຍຊີວິດຫຼາຍກວ່າ 3 ຄົນນັ້ນໄດ້ຫຼຸດລົງ 59,3%. ອັດຕາປະຊາກອນທີ່ຮູ້ສຶກມີຄວາມປອດໄພໄດ້ສູງຂຶ້ນຢ່າງເດັ່ນຊັດ. ອີງຕາມການສຳຫຼວດໃນປີ 2021 ຂອງກົມສະຖິຕິແຫ່ງລັດຈີນ, ອັດຕາປະຊາກອນທີ່ຮູ້ສຶກມີຄວາມປອດໄພ ໄດັບັນລຸເຖິງ 98,6%, ເຊິ່ງໄດ້ເພີ່ມຂຶ້ນ 11% ເມື່ອທຽບໃສ່ປີ 2012. ໃນປັດຈຸບັນນີ້ ເປັນທີ່ຮັບຮູ້ໂດຍທົ່ວໄປວ່າ ຈີນໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ປອດໄພກວ່າໝູ່ໃນໂລກ.