ຈີນຈະສືບຕໍ່ເພີ່ມທະວີຄວາມແຮງດ້ານການຮັກສາທາງຕຸລາການຕໍ່ສິດຊັບສິນທາງປັນຍາ

2022-10-20 15:45:31 CRI

 

ຕາມຂ່າວCRI: ວັນທີ 19 ຕຸລານີ້ທ່ານເຮີ້ໂຢງຮອງເລຂາຄະນະພັກທັງເປັນຮອງຫົວໜ້າຂອງສານປະຊາຊົນສູງສຸດກ່າວວ່າ: ໃນຍຸກໃໝ່ສານຂອງປະເທດຈີນຈະສືບຕໍ່ເພີ່ມທະວີຄວາມແຮງດ້ານການຮັກສາທາງຕຸລາການຕໍ່ລິສິດຊັບສິນທາງປັນຍາສະໜອງການບໍລິການດ້ານຕຸລາການຢ່າງແຂງແຮງເພື່ອບັນລຸການເປັນເຈົ້າຕົນແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງທາງດ້ານວິທະຍາສາດເຕັກໂນໂລຊີ.

 

ທ່ານເຮີ້ໂຢງກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວຄັ້ງທີ 3 ທີ່ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ: ປັດຈຸບັນນີ້ຂອບເຂດການພິພາກສາດ້ານສິດຊັບສິນທາງປັນຍາຂອງສານປະເທດຈີນເຊິ່ງລວມທັງລິຂະສິດເຄື່ອງໝາຍສິດທິບັດຄວາມລັບດ້ານການຄ້າແລະຄະດີທີ່ກ່ຽວຂ້ອງຕ່າງໆປະເພດຄວາມຂັດແຍ່ງນັບມື້ນັບຫຼາຍຂຶ້ນ. ນັບແຕ່ປີ 2013 ເປັນຕົ້ນມາໄດ້ຕັດສິນຄະດີກ່ຽວກັບສິດຊັບສິນທາງປັນຍາຮອບທຳອິດ 2 ລ້ານ 7 ແສນ 38 ພັນຄະດີເພີ່ມຂຶ້ນ 24,5% ສະເລ່ຍຕໍ່ປີ.

ທ່ານເຮີ້ໂຢງຍັງກ່າວວ່າໃນບາດກ້າວຕໍ່ໜ້ານີ້ຕ້ອງລົງເລິກການແລກປ່ຽນແລະການຮ່ວມມືທາງຕຸລາການສາກົນຍົກສູງພາບພົດຢ່າງຍຸຕິທຳແລະບົດບາດໃນສາກົນດ້ານການປົກປ້ອງສິດຊັບສິນທາງປັນຍາຂອງຈີນຢ່າງບໍ່ຢຸດຢັ້ງ.