ປະຊາທິປະໄຕປະຊາຊົນທົ່ວຂະບວນການທີ່ແຝງຊ້ອນໄປດ້ວຍວັດທະນະທຳຈີນ ແລະ ສະຕິປັນຍາຂອງຈີນ

2022-10-20 16:41:39 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນພວມດຳເນີນຢູ່. ໃນບົດລາຍງານຂອງກອງປະຊຸມໃຫຍ່ຄັ້ງນີ້ໄດ້ປາກົດເມີມະໂນພາບໃໝ່ອ່ຽມຄື: ປະຊາທິປະໄຕປະຊາຊົນທົ່ວຂະບວນການ.

ມະໂນພາບດັ່ງກ່າວ, ແມ່ນທ່ານສີຈິ້ນຜິງ ສະເໜີອອກເປັນຄັ້ງທຳອິດໃນໂອກາດສຳຫຼວດສູນຊາວເມືອງຖະໜົນແຫ່ງໜຶ່ງຢູ່ເຂດສາງນິງນະຄອນຊຽງໄຮ້ເມື່ອວັນທີ 2 ພະຈິກປີ 2019. ຄຳວ່າ “ປະຊາທິປະໄຕປະຊາຊົນທົ່ວຂະບວນການ” ເວົ້າຫຍໍ້ໆກໍຄື: ໃນທຸກຂັ້ນຕອນຂອງການເຄື່ອນໄຫວການເມືອງຂອງຈີນ, ລ້ວນແຕ່ສາມາດເຮັດໃຫ້ປະຊາຊົນມີສິດປະຊາທິປະໄຕຕາມກົດໝາຍ, ພັດບໍ່ແມ່ນວ່າປະຊາຊົນສາມາດນຳໃຊ້ສິດປະຊາທິປະໄຕພຽງແຕ່ໃນການປ່ອນບັດເລືອກຕັ້ງ, ພາຍຫຼັງການເລືອກຕັ້ງສິ້ນສຸດລົງແລ້ວພັດເຂົ້າສູ່ໄລຍະຢຸດການໃຊ້ສິດປະຊາທິປະໄຕເລີຍແບບນັ້ນ.

ຢູ່ປະເທດຈີນ, ພາຍຫຼັງຜູ້ມີສິດເລືອກຕັ້ງທັງຫຼາຍເລືອກໄດ້ຜູ້ແທນປະຊາຊົນຕາມກົດໝາຍແລ້ວ, ປະຊາຊົນທັງຫຼາຍຍັງສາມາດສ່ອງແສງຄວາມຮຽກຮ້ອງຂອງຕົນ ແລະ ສະເໜີຂໍ້ສະເໜີດ້ານນິຕິບັນຍັດໂດຍຜ່ານ “ສູນຜູ້ແທນປະຊາຊົນ” ແລະ “ສູນພົວພັນກັບຜູ້ແທນປະຊາຊົນ” ທີ່ຕັ້ງຢູ່ຖະໜົນຕ່າງໆ ແລະ ເຂດຊຸມຊົນຕ່າງໆ. “ສູນຜູ້ແທນປະຊາຊົນ” ແລະ “ສູນພົວພັນກັບຜູ້ແທນປະຊາຊົນ” ແບບນີ້ສາມາດເອີ້ນວ່າເປັນ: “ສູນແຫ່ງປະຊາທິປະໄຕ”,  ໄດ້ສ້າງຄວາມສະດວກໃຫ້ແກ່ປະຊາຊົນໃນການນຳໃຊ້ສິດປະຊາທິປະໄຕ.

ໃນຮູບແບບປະຊາທິປະໄຕຕ່າງໆຂອງໂລກ, ປະຊາທິປະໄຕແບບນີ້ຂອງຈີນແມ່ນ “ປະຊາທິປະໄຕແບບມີສ່ວນຮ່ວມ”. ສ່ວນຕົວຫຼັກທີ່ເຂົ້າຮ່ວມເຄື່ອນໄຫວທາງການເມືອງຂອງຈີນກໍຄືປະຊາຊົນຈີນນັ້ນເອງ.ໃນສາຍຕາຂອງຊາວຈີນ, ປະຊາທິປະໄຕບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນຈາກການເລືອກຕັ້ງເທົ່ານັ້ນ,ແຕ່ຍັງຕ້ອງໃຫ້ປະຊາຊົນເຂົ້າຮ່ວມການຄຸ້ມຄອງສັງຄົມ ແລະ ປະເທດອີກດ້ວຍ, ເພື່ອເຮັດໃຫ້ປະຊາທິປະໄຕໄດ້ຮັບການປະຕິບັດຕົວຈິງຢ່າງມີປະສິດທິຜົນທີ່ສຸດ.

ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ, ກໍແມ່ນຄ່ານິຍົມແກນກາງສັງຄົມນິຍົມທີ່ພັກຄອມມູນິດຈີນລິເລີ່ມ.ຖ້າມີຜູ້ໃດເວົ້າວ່າ: “ປະເທດຈີນບໍ່ມີປະຊາທິປະໄຕ”, ຄັນຊັ້ນຜູ້ນັ້ນບໍ່ແມ່ນເວົ້າຄວາມຫຼອກລວງແບບຫຼັບຫູຫຼັບຕາ,ກໍຈະແມ່ນຄົນທີ່ບໍ່ຮູ້ສະພາບຄວາມຈິງຂອງປະເທດຈີນ. ນອກນັ້ນ, ການກະທຳທີ່ບັງຄັບໃຫ້ປະເທດອື່ນຕ້ອງປະຕິບັດຮູບແບບປະຊາທິປະໄຕຄືກັບປະເທດຕົນ,ການກະທຳແບບນີ້ກໍເປັນການກະທຳຂອງເຈົ້າອຳນາດທີ່ບໍ່ຖືກກັບປະຊາທິປະໄຕ.