ແນວຄວາມຄິດໃໝ່ໃນຄຳເວົ້າສຳນວນບູຮານແບບອຳມະຕະຂອງຈີນ3: ເປີດປະຕູເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2022-10-20 11:32:51 CRI


ສະບາຍດີ, ຊິ່ນຊິ່ນມາພົບກັບທ່ານຜູ້ຊົມອີກແລ້ວ. ທ່ານຮູ້ບໍ່ວ່າ: ຄຳສັບພາສາຈີນ “开放” (ຄ່າຍຟ້າງ) ມີຄວາມໝາຍວ່າ: ເປີດປູຕູສູ່ພາຍນອກ ຫຼື ເປີດກວ້າງ ເຊິ່ງໃນຄຳສັບນີ້, ຕົວໜັງສື “ຄ່າຍ” ຖ້າຂຽນດ້ວຍລາຍລັກອັກສອນຕາມຮູບແບບແລ້ວ, ກໍຄືເອົາສອງມືໄຂກອນປະຕູແລ້ວຍູ້ປະຕູສອງບານອອກ. ຄືຫຼາຍແມ່ນບໍ່?

ເປີດປະຕູເພື່ອຕ້ອນຮັບແຂກ, ນີ້ແມ່ນແນວຄວາມຄິດໃນການຕ້ອນຮັບແຂກຂອງຄົນຈີນນັບແຕ່ບູຮານນະການ. ຂົງຈື ທີ່ດຳລົງຊີວິດເມື່ອ 2.500 ກວ່າປີກ່ອນ ແມ່ນຜູ້ລິເລີ່ມສ້າງທິດສະດີສຳນັກຂົງຈື້, ຄວາມເວົ້າຂອງເພິ່ນ ຄື: “ມີໝູ່ທີ່ມີອຸດົມກັນຄືກັນມາຈາກທາງໄກ, ແມ່ນເລື່ອງທີ່ມ່ວນຊື່ນລື່ນເລີງໃຈຫຼາຍ.” ເຊິ່ງເປັນຄວາມເວົ້າທີ່ຄົນຈີນຮູ້ດີທຸກຄົນ.

ຈາກນີ້ຈະເຫັນໄດ້ວ່າ: ແນວຄິດການເປີດກວ້າງຂອງຈີນມີຄວາມເປັນມາຕັ້ງແຕ່ບູຮານ. ນະຄອນສວນໂຈ່ວ ແຂວງຟູຈ້ຽນ ທີ່ຕັ້ງຢູ່ແຄມທະເລຂອງພາກຕາເວັນອອກສຽງໃຕ້ຂອງຈີນ ແມ່ນຈຸດເລີ່ມຕົ້ນຂອງເສັ້ນທາງສາຍໄໝທາງທະເລ. ປີ 2003, ຢູ່ໃກ້ເຂດທະເລມະເລເຊຍ ໄດ້ທາວເອົາຊາກກຳປັ່ນການຄ້າໃນສະໄໝບູຮານຂອງຈີນທີ່ຈົມຢູ່ພື້ນທະເລຂຶ້ນມາ. ຢູ່ເທິງກຳປັ່ນລຳນີ້, ມີເຄື່ອງເຄືອບຫຼາຍກວ່າ 37.000 ອັນ ເຊິ່ງສ່ວນໃຫຍ່ແມ່ນເຄື່ອງເຄືອບລາຍ ດອກສີຟ້າ. ທ່ານຮູ້ບໍ່ວ່າ, ເຄື່ອງເຄືອບລາຍດອກສີຟ້າທີ່ໄດ້ຮັບຄວາມນິຍົມຢູ່ຍີ່ປຸ່ນ, ອາຊີຕາເວັນອອກສຽງໃຕ້, ອາຊີຕາເວັນຕົກແລະເອີຣົບໃນປັດຈຸບັນ ກໍແມ່ນໝາກຜົນຂອງການໄປມາຫາສູ່ກັນດ້ານການຄ້າລະຫວ່າງຈີນກັບປະເທດຕ່າງໆໃນໂລກເມື່ອ 800 ກວ່າປີກ່ອນ. ໃນລາຊະວົງຢວນ, ສີມືເຮັດເຄື່ອງເຄືອບດັ້ງເດີມຂອງຈີນໄດ້ພົບກັບສີສຸໄລມັນຂອງເປີເຊຍບູຮານ, ຈຶ່ງມີເຄື່ອງເຄືອບລາຍດອກສີຟ້າລະດັບສຸດຍອດແບບນີ້.

ການເປີດກວ້າງແລະກວມລວມ ແມ່ນແກນກາງຂອງວັດທະນະທຳຂອງປະຊາຊາດຈີນທີ່ທຸກເຊັ່ນຄົນສືບທອດກັນມາຕັ້ງແຕ່ບູຮານນະການ, ຈາກ “ນານາຊາດຢູ່ຮ່ວມກັນຢ່າງກົມກຽວ” ເຊິ່ງເປັນຈຸດຢືນການຢູ່ຮ່ວມກັນຢ່າງປອງດອງລະຫວ່າງປະຊາຊົນ ແລະ ການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງປະເທດ ທີ່ລະບຸໃນຕຳນານ “ຊ້າງຊູ່” ເມື່ອ 5.000 ປີກ່ອນ, ຈົນຮອດ “ທົ່ວໂລກຄືຄອບຄົວດຽວກັນ” ທີ່ເປັນທັດສະນະຂອງ ສຸນຈື ນັກແນວຄິດທີ່ມີຊື່ສຽງຂອງຈີນເມື່ອ 2.000 ກວ່າປີກ່ອນ, ຕະຫຼອດຮອດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານສີຈິ້ນຜິງໄດ້ສະເໜີອອກມາປະມານ 10 ປີກ່ອນ, ພ້ອມດ້ວຍແນວຄວາມຄິດການນຳໃຊ້ອາວະກາດໂດຍສັນຕິຂອງສະຖານີອາວະກາດທ່ຽນກົ່ງ ແລະການເປີດການນຳໃຊ້ກ້ອງຊ່ອງໄກ FAST ຂອງຈີນຢ່າງເປີດປະຕູສູ່ທົ່ວໂລກ, ທັງໝົດເຫຼົ່ານີ້ໄດ້ສືບທອດແນວຄິດແລະຈິດໃຈເອື້ອເຟື້ອເພື່ອແພ່ຂອງປະຊາຊາດຈີນທີ່ຂ້າມຊາດ, ຊ່ວຍເຫຼືອກັນຢ່າງຍຸຕິທຳ ແລະ ການຊົມໃຊ້ຮ່ວມກັນຢ່າງກົມກຽວກັນ.

ແຕ່ສິ່ງທີ່ເສຍໃຈແມ່ນ: ໃນໂລກປັດຈຸບັນນີ້, ລັດທິຝ່າຍດຽວແລະລັດທິປົກປ້ອງການຄ້າໄດ້ຟື້ນຕົວຄືນໃໝ່ ເຊິ່ງໄດ້ເປັນຜົນກະທົບຕໍ່ລະບຽບຂອງເສດຖະກິດສາກົນ, ສິ່ງກີດຂວາງການຄ້າແລະເຕັກນິກໄດ້ປະກົດອອກມາເລື້ອຍໆ ເຊິ່ງເຮັດໃຫ້ເສດຖະກິດໂລກມີຄວາມສ່ຽງແລະຄວາມບໍ່ແນ່ນອນຍົກສູງຂຶ້ນຢ່າງເດັ່ນຊັດ.

ໂດຍປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງຂອງໂລກ, ວິທີແກ້ໄຂກໍ ຄື: ຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ, ຍຶດໝັ້ນການເປີດກວ້າງແລະກວມລວມ, ຍຶດໝັ້ນການຖອດຖອນຮຽນຮູ້ອາລິຍະທຳເຊິ່ງກັນແລະກັນ, ບໍ່ປິດລ້ອມແລະບໍ່ປັດເຂ່ຍຜູ້ອື່ນ.

ວັນທີ 16 ຕຸລາ 2022, ທ່ານສີຈິ້ນຜິງ ໄດ້ກ່າວຢ້ຳໃນກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ: ຈະສ້າງໂອກາດໃໝ່ໃຫ້ແກ່ໂລກດ້ວຍການພັດທະນາອັນໃໝ່ຂອງຈີນ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນປະເທດຕ່າງໆໃຫ້ດີກວ່າເກົ່າ.

ຄືດັ່ງທີ່ທ່ານສີຈິ້ນຜິງກ່າວມານັ້ນ, ການເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຈີນ, ຈີນຈະບໍ່ປິດປະຕູ ແລະຈະເປີດປະຕູຍິ່ງກວ້າງອອກກວ່າເກົ່າ.