ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສືບຕໍ່ຈັດກອງປະຊຸມໂດຍແບ່ງເປັນຈຸ

2022-10-20 11:08:31 CRI


     ວັນທີ 19 ຕຸລານີ້, ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສືບຕໍ່ຈັດກອງປະຊຸມໂດຍແບ່ງເປັນຈຸ, ເພື່ອປຶກສາຫາລືກ່ຽວກັບບັນຊີລາຍຊື່ກຳມະການ ແລະກຳມະການສຳຮອງຂອງຄະນະກຳມະການສູນກາງພັກສະໄໝທີ 20 ພ້ອມທັງກຳມະການສຳຮອງຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 20 ສະບັບສະເໜີທີ່ໄດ້ຜ່ານໃນກອງປະຊຸມຄັ້ງທີ 2 ຂອງຄະນະປະທານກອງປະຊຸມໃຫຍ່, ພ້ອມທັງປຶກສາຫາລືຮ່າງມະຕິກ່ຽວກັບບົດລາຍງານຂອງຄະນະກຳມະການສູນກາງພັກສະໄໝທີ 19, ຮ່າງມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 19 ແລະຮ່າງມະຕິກ່ຽວກັບກົດລະບຽບພັກຄອມມູນິດຈີນສະບັບດັດແກ້.