ນະຄອນຫຼວງເຊອູນມີແຜນສະເໜີຈັດງານກິລາໂອລິມປິກລະດູຮ້ອນປີ 2036

2022-10-20 15:44:15 CRI

 

ຕາມຂ່າວCRI: ຫວ່າງບໍ່ດົນມານີ້, ຫົວໜ້າກົມການທ່ອງທ່ຽວແລະກິລາແຫ່ງນະຄອນຫຼວງເຊອູນຂອງສ.ເກົາຫຼີກ່າວວ່າ, ອົງການປົກຄອງນະຄອນເຊອູນມີແຜນການສະເໜີຈັດງານກິລາໂອລິມປິກລະດູຮ້ອນປີ 2036 ພຽງແຕ່ຝ່າຍດຽວ, ຖ້າວ່າເງື່ອນໄຂອະນຸມັດ, ຫາກມີທ່າທີເປີດກວ້າງຕໍ່ການຈັດງານກິລາໂອລິມປິກຮ່ວມລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ. ຜົນການສຳຫຼວດຖືກເປີດເຜີຍໃນຫວ່າງບໍ່ດົນມານີ້ຂອງນະຄອນເຊອູນສະແດງໃຫ້ເຫັນວ່າ, ມີພົນລະເມືອງນະຄອນເຊອູນຫຼາຍກວ່າ 70% ສະໜັບສະໜູນນະຄອນເຊອູນຈັດງານກິລາໂອລິມປິກລະດູຮ້ອນປີ 2036.

 

ຕາມຂ່າວຈາກນະຄອນເຊອູນ, ອົງການປົກຄອງນະຄອນເຊອູນໄດ້ດຳເນີນການສຳຫຼວດປະຊາມະຕິຕໍ່ພົນລະເມືອງຜູ້ເຕັມອາຍຸກະສຽນຂອງນະຄອນເຊອູນ 1000 ຄົນແຕ່ວັນທີ 20 ຫາວັນທີ 25 ກັນຍາແລ້ວນີ້, ຜົນການສຳຫຼວດຖືກເປີດເຜີຍໃນວັນທີ 17 ຕຸລານີ້, ມີຜູ້ໃຫ້ສຳພາດ 72,8% ເຫັນດີໃຫ້ເຊອູນສະເໜີຈັດງານກິລາໂອລິມປິກລະດູຮ້ອນອີກເທື່ອໃໝ່.