ສະພາບການໂດຍລວມແຫ່ງການປົກຄອງປະເທດດ້ວຍກົດໝາຍຢ່າງຮອບດ້ານຂອງຈີນໄດ້ຈໍ່ຕົວຂຶ້ນໃນຂັ້ນພື້ນຖານ

2022-10-20 14:40:29 cri

ວັນທີ 19 ຕຸລານີ້, ໃນເວລາແນະນຳສະພາບການແຫ່ງການສ້າງປະເທດທີ່ປົກຄອງຕາມກົດໝາຍຕໍ່ພາຍນອກ, ທ່ານ ອິນປາຍ ຮອງເລຂາທິການຄະນະກຳມະການການເມືອງ ແລະກົດໝາຍສູນກາງພັກຄອມມູນິດຈີນກ່າວວ່າ, ປັດຈຸບັນນີ້, ສະພາບການໂດຍລວມແຫ່ງການປົກຄອງປະເທດດ້ວຍກົດໝາຍຢ່າງຮອບດ້ານຂອງຈີນໄດ້ຈໍ່ຕົວຂຶ້ນໃນຂັ້ນພື້ນຖານ, ການສ້າງລະບົບປົກຄອງປະເທດຕາມກົດໝາຍແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນກຳລັງເລັ່ງລັດດຳເນີນຢູ່.


ໃນກອງປະຊຸມຖະແຫຼງຂ່າວຄັ້ງທີ 3 ທີ່ຈັດຂຶ້ນຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມູນິດຈີນໃນວັນທີ 19 ຕຸລານີ້, ທ່ານ ອິນປາຍກ່າວວ່າ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການຊີ້ນຳຂອງແນວຄິດປົກຄອງປະເທດຕາມກົດໝາຍຂອງທ່ານສີຈິ້ນຜິງ, ນິຕິບັນຍັດຕາມຫຼັກວິທະຍາສາດ, ປະຕິບັດກົດໝາຍຢ່າງເຂັ້ມງວດ, ການຕັດສິນຄະດີຢ່າງຍຸຕິທຳ, ການເຄົາລົບກົດໝາຍທົ່ວປວງຊົນກຳລັງໄດ້ຮັບການຊຸກຍູ້ຢ່າງຮອບດ້ານ, ໄດ້ເພີ່ມກຳລັງແຮງທີ່ເຂັ້ມແຂງເຂົ້າໃນການສ້າງປະເທດສັງຄົມນິຍົມທີ່ປົກຄອງຕາມກົດໝາຍ.


ທ່ານ ອິນປາຍກ່າວວ່າ: ຕໍ່ໄປ, ຕ້ອງອອກແຮງປັບປຸງລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ຖືລັດຖະທຳມະນູນເປັນແກນກາງ, ຍົກສູງລະດັບການບໍລິຫານສັງຄົມຕາມກົດໝາຍຢ່າງຮອບດ້ານ.