ກົມຄຸ້ມຄອງຢາພື້ນເມືອງແລະແພດແຜນຈີນແຫ່ງຊາດຈີນກ່າວວ່າ: ລາຍຮັບຫຼັກຂອງຂະແໜງການຢາພື້ນເມືອງຈີນໃນ 10 ທີ່ຜ່ານມາ ໄດ້ເພີ່ມຂຶ້ນເກືອບ 200 ຕື້ຢວນ

2022-10-20 14:41:26 cri


ຫວ່າງມໍ່ໆນີ້, ກົມຄຸ້ມຄອງຢາພື້ນເມືອງແລະແພດແຜນຈີນແຫ່ງຊາດຈີນໃຫ້ສຳພາດຕໍ່ນັກຂ່າວວ່າ, ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ຈີນໄດ້ຮັບຜົນສຳເລັດທີ່ປະຈັກຕາໃນດ້ານການພັດທະນາຂະແໜງການຢາພື້ນເມືອງຈີນ, ການຍົກສູງຄຸນນະພາບຢາພື້ນເມືອງຈີນ, ການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດຂອງຢາພື້ນເມືອງຈີນແລະອື່ນໆ. ລາຍຮັບຫຼັກຂອງຂະແໜງການຢາພື້ນເມືອງຈີນໄດ້ເພີ່ມຂຶ້ນ ຈາກ 515.6 ຕື້ຢວນໃນປີ 2012 ເປັນ 700 ຕື້ຢວນໃນປີ 2021.