ເປີດເຜີຍລາງວັນໃຫຍ່ຂອງສະມາຄົມຄະນະກຳມະການໂອລິມປິກສາກົນປີ 2022 ຈີນໄດ້ຮັບລາງວັນຄະນະກຳມະການໂອລິມປິກທີ່ດີເດັ່ນ

2022-10-20 15:46:20 CRI

ຕາມຂ່າວCRI: ຜົນການຄັດເລືອກລາງວັນໃຫຍ່ລາຍການຕ່າງໆຂອງສະມາຄົມຄະນະກຳມະການໂອລິມປິກປະເທດແລະເຂດແຄວ້ນປີ 2022 ໄດ້ຮັບການເປີດເຜີຍໃນຕອນຄ່ຳວັນທີ 19 ຕຸລານີ້ຢູ່ນະຄອນຫຼວງເຊອູນຂອງສ.ເກົາຫຼີຄະນະກຳມະການໂອລິມປິກຈີນໄດ້ຮັບລາງວັນຄະນະກຳມະການໂອລິມປິກທີ່ດີເດັ່ນຂອງງານກິລາໂອລິມປິກລະດູໜາວປັກກິ່ງປີ 2022ນາງກູອາຍລີງນັກກິລາຈີນທີ່ຊິງໄດ້ຫຼຽນຄຳສອງຫຼຽນແລະຫຼຽນເງິນໜຶ່ງຫຼຽນໃຫ້ແກ່ຄະນະນັກກິລາຈີນໃນງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບລາງວັນນັກກິລາຍິງທີ່ດີເດັ່ນທ້າວຫວງແດເຮນນັກກິລາສະເກັດຄວາມໄວໄລຍະສັ້ນຂອງສ.ເກົາຫຼີໄດ້ຮັບລາງວັນນັກກິລາຊາຍທີ່ດີເດັ່ນທິມເຄີລີງຊູແອດໄດ້ຮັບລາງວັນທິມກິລາຊາຍທີ່ດີເດັ່ນທິມຮອກກີການາດາໄດ້ຮັບລາງວັນທິມກິລາຍິງທີ່ດີເດັ່ນ.

 

ລາງວັນໃຫຍ່ຂອງສະມາຄົມຄັ້ງນີ້ລວມທັງໝົດ 8 ລາຍການຜູ້ໄດ້ຮັບລາງວັນທັງໝົດໄດ້ຮັບການຄັດເລືອກໂດຍຄະນະກຳມະການຄັດເລືອກແລະພິຈາລະນາຂອງສະມາຄົມຄະນະກຳມະການໂອລິມປິກສາກົນ. ມີຜູ້ຕາງໜ້າຂອງຄະນະກຳມະການໂອລິມປິກແລະບຸກຄົນທີ່ກ່ຽວຂ້ອງກັບກິລາໂອລິມປິກທີ່ມາຈາກ 180 ກວ່າປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມພິທີມອບລາງວັນທີ່ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ຕຸລານີ້.