ກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຄັດຄ້ານການລົງໂທດແຕ່ຝ່າຍດຽວ, ການກົດດັນຢ່າງສຸດຂີດ ໃນທຸກຮູບການ

2022-10-21 14:44:39 cri


ວັນທີ 20 ຕຸລານີ້, ທ່ານມາຈ່າວສຸ້ຍ ກຳມະການຄະນະພັກ, ທັງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ, ການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດແຫ່ງການພັດທະນາຂອງປະເທດຊາດ ແມ່ນໜ້າທີ່ສູງສົ່ງຂອງວຽກງານການທູດຂອງຈີນ, ພວກເຮົາຄັດຄ້ານການລົງໂທດແຕ່ຝ່າຍດຽວ, ການກົດດັນຢ່າງສຸດຂີດ ໃນທຸກຮູບການ, ບໍ່ຮັບເອົາຫຼັກການຜົນລວມເປັນສູນ ຄືຝ່າຍໜຶ່ງໄດ້ຮັບຜົນປະໂຫຍດແຕ່ອີກຝ່າຍໜຶ່ງຕ້ອງເສຍຜົນປະໂຫຍດ ແລະກົດເກນຜູ້ເຂັ້ມແຂງຍ່ອມຊະນະຜູ້ອ່ອນແອ ຢ່າງເດັດຂາດ.


ໃນເວລາຕອບຄຳຖາມ, ທ່ານມາາຈ່າວສຸ້ຍກ່າວວ່າ: ພວກເຮົາເດັດດ່ຽວຄັດຄ້ານການກະທຳ“ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”ໃນທຸກຮູບການ, ເດັດດ່ຽວສະກັດກັ້ນອິດທິກຳລັງພາຍນອກແຊກແຊງວຽກງານກ່ຽວກັບເຂດໄຕ້ຫວັນຈີນ, ແລະຈະປັບປຸງຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບປະເທດຈີນດຽວໃນສາກົນ. ເດັດດ່ຽວປະຕິບັດຕາມທິດທາງ “ປະເທດດຽວສອງລະບອບ”ຢ່າງໝັ້ນໜຽວບໍ່ປ່ຽນແປງ, ທຳລາຍເຈດຕະນາການເມືອງຂອງອິດທິກຳລັງຈຳນວນໜຶ່ງ ທີ່ຫວັງຢາກ “ສະກັດກັ້ນການພັດທະນາຂອງຈີນດ້ວຍບັນຫາຊິ່ນຈ່ຽງ”. ຊຸກຍູ້ການປຶກສາຫາລື “ແຜນການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຢ່າງເປັນກ້າວໆ. ຍຶດໝັ້ນເດີນຕາມເສັ້ນທາງພັດທະນາສິດທິມະນຸດຈີນ, ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ. ຢູ່ອົງການສະຫະປະຊາຊາດ, ມີເກືອບຮ້ອຍປະເທດໄດ້ສະແດງທ່າທີສະໜັບສະໜູນຫຼັກໝັ້ນທີ່ເປັນທຳຂອງຈີນ, ຄັດຄ້ານການຖືສິດທິມະນຸດເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງຈີນ, ມີ 80 ກວ່າປະເທດສະແດງທ່າທີວ່າ ຄັດຄ້ານການຫັນບັນຫາຊອກຫາແຫຼ່ງກຳເນີດເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ.