ໄຂເວທີປຶກສາຫາລືພະລັງງານໃໝ່ຂອງກອງປະຊຸມສຸດຍອດອາຊີຕາເວັນອອກປີ 2022 ຜູ້ຊ່ຽວຊານສົນທະນາກ່ຽວກັບການຮ່ວມມືດ້ານການພັດທະນາພະລັງງານໃໝ່ຮ່ວມກັນ

2022-10-21 15:50:07 CRI

 

ຕາມຂ່າວCRI: ວັນທີ 20 ຕຸລານີ້, ເວທີປຶກສາຫາລືພະລັງງານໃໝ່ຂອງກອງປະຊຸມສຸດຍອດອາຊີຕາເວັນອອກປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງຂອງຈີນ, ຜູ້ຊ່ຽວຊານແລະຜູ້ຕາງໜ້າທີ່ກ່ຽວຂ້ອງເຊິ່ງມາຈາກລາວ, ຈີນ,ກຳປູເຈຍ, ໄທ, ສິງກະໂປ, ຍີ່ປຸ່ນ, ອົສຕຣາລີແລະປະເທດອື່ນໆໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບໂອກາດການພັດທະນາ ແລະການຮ່ວມມືທີ່ມີການປະດິດສ້າງດ້ານພະລັງງານໃໝ່ຜ່ານທາງອອນລາຍແລະອັອບລາຍ.

 

ເວທີປຶກສາຫາລືຄັ້ງນີ້ຖື: “ດິຈີຕອນສະໜອງກຳລັງ ໂອກາດການພັດທະນາແລະການຮ່ວມມືທີ່ມີການປະດິດສ້າງດ້ານພະລັງງານໃໝ່” ເປັນຫົວຂໍ້ຫຼັກ. ເວທີປຶກສາຫາລືພະລັງງານໃໝ່ຂອງກອງປະຊຸມສຸດຍອດອາຊີຕາເວັນອອກໄດ້ລິເລີ່ມໂດຍປະເທດຈີນ, ນັບແຕ່ປີ 2013 ເປັນຕົ້ນມາໄດ້ຈັດຂຶ້ນ 8 ຄັ້ງມາແລ້ວ, ມີ 30 ກວ່າປະເທດແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ, ເຊິ່ງໄດ້ຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານເຕັກໂນໂລຊີໃນຂົງເຂດພະລັງງານໃໝ່ລະຫວ່າງປະເທດສະມາຊິກຕ່າງໆຂອງກອງປະຊຸມສຸດຍອດອາຊີຕາເວັນອອກຢ່າງມີປະສິດທິຜົນ.