ກອງທະຫານຊ່າງອະເນກປະສົງແລະຮັກສາສັນຕິພາບຂອງຈີນປະຈຳລີບັງງວດທີ 21 ໄດ້ຜ່ານການປະເມີນຄວາມສາມາດດ້ານການທະຫານສະບັບທີ່ເປັນເອກະພາບຈາກອົງການສະຫະປະຊາຊາດເປັນຄັ້ງທຳອິດ

2022-10-21 16:58:19 cri

      ວັນທີ 19 ຕຸລານີ້, ກອງທະຫານຊ່າງອະເນກປະສົງແລະຮັກສາສັນຕິພາບຂອງຈີນປະຈຳລີບັງງວດທີ 21 ໄດ້ຜ່ານການປະເມີນຄວາມສາມາດດ້ານການທະຫານຕາມສະບັບທີ່ເປັນເອກະພາບຈາກອົງການສະຫະປະຊາຊາດເປັນຄັ້ງທຳອິດໃນໄລຍະປະຕິບັດໜ້າທີ່ດ້ວຍຄະແນນທີ່ດີເດັ່ນ.

     ການປະເມີນຄວາມສາມາດດ້ານການທະຫານຂອງອົງການສະຫະປະຊາຊາດມີຈຸດປະສົງເພື່ອກວດສອບຄວາມສາມາດຂອງກອງທະຫານຮັກສາສັນຕິພາບຈາກບັນດາປະເທດມີຄວາມສາມາດໃນການສຳເລັດໜ້າທີ່ຮັກສາສັນຕິພາບແລະແກ້ໄຂເຫດການທີ່ເກີດຂຶ້ນກະທັນຫັນປະເພດຕ່າງໆຢ່າງມີປະສິດທິຜົນຫຼືບໍ່. ການປະເມີນຄັ້ງນີ້ແມ່ນໄດ້ໃຊ້ລະບົບການປະເມີນຄວາມສາມາດດ້ານການທະຫານຂອງກອງທະຫານຮັກສາສັນຕິພາບສະບັບທີ່ເປັນເອກະພາບຂອງອົງການສະຫະປະຊາຊາດເປັນຄັ້ງທຳອິດ ເຊິ່ງມີວິທີ,ເນື້ອໃນແລະມາດຕະຖານການປະເມີນທີ່ເຂັ້ມງວດແລະຮອບດ້ານກວ່າເກົ່າ. ນາຍແລະພົນທະຫານຮັກສາສັນຕິພາບຂອງຈີນໄດ້ຜ່ານການປະເມີນດ້ວຍຄະແນນທີ່ດີແລະໄດ້ຮັບຄວາມເຫັນດີຢ່າງສູງຈາກໜ່ວຍການປະເມີນຍ້ອນມີຄຸນສົມບັດດ້ານວິຊາການແລະການກຽມພ້ອມເປັນຢ່າງດີ.