ໃນ 10 ປີທີ່ຜ່ານມາ ຈຳນວນປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນເພີ່ມຂຶ້ນຈາກ 172 ປະເທດເປັນ 181 ປະເທດ

2022-10-21 11:04:40 CRI


     ວັນທີ 20 ຕຸລານີ້, ທ່ານມາຈ່າວສຸ້ຍ ກຳມະການຄະນະພັກ ທັງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນວ່າ: ໃນ 10 ປີແຫ່ງຍຸກໃໝ່ທີ່ຜ່ານມາ, ວຽກງານການຕ່າງປະເທດປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນໄດ້ຮັບຜົນສຳເລັດປະຫວັດສາດທີ່ຮອບດ້ານ ແລະເປັນແບບບຸກເບີກ, ຈຳນວນປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນໄດ້ເພີ່ມຂຶ້ນຈາກ 172 ປະເທດເປັນ 181 ປະເທດ, ຈຳນວນອົງການຈັດຕັ້ງຂອງປະເທດ ແລະພາກພື້ນຕ່າງໆໃນໂລກທີ່ໄດ້ສ້າງການພົວພັນຄູ່ຮ່ວມກັບຈີນໄດ້ເພີ່ມຈາກ 41 ຄູ່ຂຶ້ນເປັນ 113 ຄູ່.


     ທ່ານມາຈ່າວສຸ້ຍຍັງກ່າວວ່າ: ປັດຈຸບັນນີ້, ບົດບາດ ກຳລັງລະດົມ ແລະກຳລັງສ້າງສາຂອງຈີນຢູ່ໃນໂລກໄດ້ສູງຂຶ້ນຢ່າງເດັ່ນຊັດ, ໄດ້ເຂົ້າຮ່ວມການບໍລິຫານໂລກຢ່າງກວ້າງຂວາງ ເລິກເຊິ່ງ ແລະແຂງແຮງທີ່ບໍ່ເຄີຍມີມາກ່ອນ, ແລະໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາລັດທິຫຼາຍຝ່າຍ. ຈີນໄດ້ດຳເນີນການເຄື່ອນໄຫວການຕ່າງປະເທດຫຼາຍຄັ້ງທີ່ໜ້າປະທັບໃຈ, ແຜນການຂອງຈີນຫຼາຍສະບັບໄດ້ຮັບຄວາມສົນໃຈຈາກທົ່ວໂລກ, ພາບພົດຂອງຈີນທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບໄດ້ເຂົ້າໄປສູ່ລວງເລິກຈິດໃຈຄົນ.