ຄະນະປະທານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈັດກອງປະຊຸມຄັ້ງທີ 3

2022-10-21 17:00:00 cri

      ຕອນເຊົ້າວັນທີ 21 ຕຸລານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ຄະນະປະທານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດກອງປະຊຸມຄັ້ງທີ 3, ໂດຍການເປັນປະທານຂອງທ່ານ ສີຈິ້ນຜິງ.

ໃນກອງປະຊຸມໄດ້ຮັບຮອງບັນຊີລາຍຊື່ກຳມະການ ແລະ ກຳມະການສຳຮອງຂອງຄະນະກຳມະການສູນກາງພັກສະໄໝທີ 20 ແລະບັນຊີລາຍຊື່ກຳມະການສຳຮອງຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 20 ທີ່ໄດ້ຜ່ານການຄັດເລືອກຈາກຄະນະຜູ້ແທນຕ່າງໆ,ແລະໄດ້ຕົກລົງຈະຍື່ນໃຫ້ຄະນະຜູ້ແທນຕ່າງໆປຶກສາຫາລືກັນ.

      ອີງຕາມການຈັດວາງວາລະກອງປະຊຸມແລະຂໍ້ກຳນົດໃນກົດລະບຽບກ່ຽວກັບການເລືອກຕັ້ງຂອງກອງປະຊຸມໃຫຍ່, ຕອນບ່າຍວັນທີ 21 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈະຈັດກອງປະຊຸມແບ່ງເປັນຈຸຄະນະຜູ້ແທນ,ເພື່ອປຶກສາຫາລືກ່ຽວກັບບັນຊີລາຍຊື່ກຳມະການສູນກາງພັກ,ກຳມະການສຳຮອງສູນກາງພັກແລະກຳມະການສຳຮອງຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 20 ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງທີ 3 ຂອງຄະນະປະທານ.

      ຕອນເຊົ້າວັນທີ 22 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈະຈັດການເລືອກຕັ້ງຢ່າງເປັນທາງການ.