ລາງແມ່ເຫຼັກໄຟຟ້າລາງທຳອິດຂອງໂລກເລີ່ມນຳໃຊ້ຢ່າງສຳເລັດຜົນ

2022-10-21 15:48:21 CRI

 

ຕາມຂ່າວCRI: ຫວ່າງບໍ່ດົນມານີ້, ສິ່ງກໍ່ສ້າງ “ລາງແມ່ເຫຼັກໄຟຟ້າ” ຄື: ສິ່ງກໍ່ສ້າງ ການທົດລອງຄວາມໄວສູງສຸດຢູ່ໜ້າດິນທີ່ຍູ້ດ້ວຍແຮງແມ່ເຫຼັກໄຟຟ້າແຫ່ງທຳອິດຂອງໂລກທີ່ໄດ້ຮັບການສ້າງສຳເລັດຢ່າງມີລັກສະນະຂັ້ນຕອນ, ໄດ້ເລີ່ມນຳໃຊ້ ຢ່າງສຳເລັດຜົນຢູ່ນະຄອນຈີໜານແຂວງຊ່ານຕຸ່ງຂອງຈີນ, ສຳລັບເຄື່ອງທີ່ມີນ້ຳໜັກລະດັບ 1 ໂຕນຂຶ້ນໄປຈະສາມາດຖືກຍູ້ໄປໜ້າດ້ວຍຄວາມໄວສູງສຸດເຖິງ 1.030 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງໄດ້ສ້າງສະຖິຕິຄວາມໄວສູງສຸດໃນໂລກທາງດ້ານເຕັກໂນໂລຊີແຮງຍູ້ນ້ຳໜັກສູງດ້ວຍແມ່ເຫຼັກໄຟຟ້າທີ່ມີຄວາມໄວສູງສຸດ.

 

ສິ່ງກໍ່ສ້າງລາງແມ່ເຫຼັກໄຟຟ້າແຫ່ງທຳອິດຂອງໂລກຕັ້ງຢູ່ນະຄອນຈີໜານແຂວງຊ່ານຕຸ່ງຂອງຈີນ, ແມ່ນໂຄງການສຳຄັນທີ່ມີການຮ່ວມມືຍຸດທະສາດລະຫວ່າງສະພາບັນດິດວິທະຍາສາດຈີນກັບແຂວງຊ່່ານຕຸ່ງແລະນະຄອນຈີໜານ. ປັດຈຸບັນນີ້, ສິ່ງກໍ່ສ້າງລາງແມ່ເຫຼັກໄຟຟ້າສາມາດສະໜອງການບໍລິການດ້ານການທົດລອງ ແລະວັດແທກໃຫ້ແກ່ວິສາຫະກິດແລະຫົວໜ່ວຍຄົ້ນຄວ້າທີ່ກ່ຽວຂ້ອງພາຍໃນປະເທດ, ມີຄວາມໝາຍສຳຄັນໃນການສະໜັບສະໜູນ ການພັດທະນາຢ່າງວ່ອງໄວແລະຕໍ່ເນື່ອງຂອງອຸປະກອນທັນສະໄໝຄວາມໄວສູງທີ່ມີນ້ຳໜັກສູງ ແລະການຄົ້ນຄວ້າເຕັກໂນໂລຊີວິທະຍາສາດຄວາມໄວສູງຂອງຈີນ.