ກູບາຕິຕຽນອາເມຣິກາທີ່ປິດລ້ອມກູບາເຮັດໃຫ້ມີຄວາມເສຍຫາຍດ້ານເສດຖະກິດຫຼາຍກວ່າ 1 ພັນຕື້ໂດລາ

2022-10-21 15:47:33 CRI

 

ຕາມຂ່າວCRI: ວັນທີ 19 ຕຸລານີ້, ທ່ານບຣູໂນ ໂຣດຣີກູດ ປາຣີລາ, ລັດຖະມົນຕີກະຊວງການຕ່າງປະເທດກູບາກ່າວຕໍ່ສື່ມວນຊົນວ່າ, ກູບາກຽມຍື່ນຮ່າງມະຕິທີ່ຮຽກຮ້ອງໃຫ້ອາເມຣິກາສິ້ນສຸດການປິດລ້ອມຕໍ່ກູບາເປັນຄັ້ງທີ 30 ໃຫ້ແກ່ສະມັດຊາໃຫຍ່ອົງການສະຫະປະຊາຊາດໃນເດືອນພະຈິກໜ້ານີ້, ຮ່າງມະຕິດັ່ງກ່າວໄດ້ຕິຕຽນອາເມຣິກາທີ່ປິດລ້ອມກູບາໄດ້ສ້າງຄວາມເສຍຫາຍດ້ານເສດຖະກິດໃຫ້ແກ່ກູບາຫຼາຍກວ່າ 1 ພັນຕື້ໂດລາ.

 

ທ່ານບຣູໂນ ໂຣດຣີກູດ ປາຣີລາກ່າວໃນກອງປະຊຸມຖະແຫຼງຂ່າວທີ່ໄດ້ຈັດຂຶ້ນຢູ່ກະຊວງການຕ່າງປະເທດກູບາໃນວັນທີ 19ຕຸລານີ້ວ່າ: ຖ້າວ່າໄລ່ຕາມລາຄາຂອງເງິນໂດລາປັດຈຸບັນນີ້, ໃນ 60 ປີຜ່ານມາທີ່ອາເມຣິກາໄດ້ປິດລ້ອມກູບາໄດ້ເຮັດໃຫ້ກູບາມີຄວາມເສຍຫາຍຫຼາຍກວ່າ 154 ຕື້ 2 ຮ້ອຍລ້ານໂດລາ, ຖ້າວ່າໄລ່ຕາມປັດໄຈເງິນເຟີ້ຂອງເງິນໂດລາຕໍ່ລາຄາຄຳໃນຕະຫຼາດສາກົນ, ຄວາມເສຍຫາຍຈະຫຼາຍກວ່າ 1391ຕື້ 1 ຮ້ອຍລ້ານໂດລາ.