ແນວຄວາມຄິດໃໝ່ໃນຄວາມເວົ້າສໍານວນບູຮານແບບອໍາມະຕະ-ປະເທດແຫ່ງການປະດິດສ້າງ

2022-10-21 17:01:53 CRI


    ຕ້ອງຍຶດໝັ້ນຖານະແກນກາງຂອງການປະດິດສ້າງໃນພາກສ່ວນຂອງການສ້າງຄວາມທັນສະໄໝຂອງປະເທດພວກເຮົາ. ຖືການອອກແຮງຊຸກຍູ້ເສດຖະກິດຮູບປະທໍາໄວ້ຢູ່ຖານະສໍາຄັນແຫ່ງການພັດທະນາເສດຖະກິດ. ບັນລຸການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຢີທີ່ມີລະດັບສູງ. ກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງ.

                                                                                                                                                                                                             ທ່ານ ສີຈິ້ນຜິງ

                                                                                                                                       ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ

 


     “ໂກ໋ເຣີ້ຊີ່ນ, ເຣີ້ເຣີ້ຊີ່ນ, ໂຢ້ເຣີ້ຊີ່ນ.” ນີ້ເປັນຄໍາສຸພາສິດຂອງ ທ່ານ ຈູ່ຊີ ນັກແນວຄິດລັດທິຂົງຈື້ ທັງເປັນນັກວັນນະຄະດີທີ່ມີຊື່ສຽງໃນສະໄໝລາຊະວົງ ໝິງ ຂອງຈີນ. ທ່ານໄດ້ສັ່ງສອນຄົນທັງຫຼາຍວ່າ: ຖ້າວ່າສາມາດລຶບລ້າງແນວຄິດເກົ່າ ແລະມີການປ່ຽນແປງໃໝ່ໃນທຸກໆມື້ແລ້ວ, ກໍຈະສົ່ງຜົນເຮັດໃຫ້ຊີວິດມີໂສມໜ້າໃໝ່ໃນທຸກໆມື້ ແລະກ້າວໜ້າເລື້ອຍໆໄປ.


    ການສະແຫວງຫາສິ່ງໃໝ່ນັ້ນ ແມ່ນຄວາມມີຊີວິດຊີວາ ແລະຄວາມຈະເລີນຮຸ່ງເຮືອງບົ່ມຊ້ອນ ປະຈໍາຕົວ. ການປະດິດສ້າງເປັນດວງວິນຍານແຫ່ງຄວາມກ້າວໜ້າຂອງຊົນຊາດໃດໜຶ່ງ, ນອກນັ້ນ, ຍັງເປັນພະລັງທີ່ບໍ່ມີວັນສິ້ນສຸດໃນການຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງປະເທດ ແລະເປັນລັກສະນະທີ່ໜັກແໜ້ນທີ່ສຸດຂອງປະຊາຊາດຈີນນໍາອີກ. ພັກຄອມມູນິດຈີນໃນຖານະເປັນພັກກໍາອໍານາດຂອງຈີນໄດ້ສະຫຼຸບບົດຮຽນປະຫວັດສາດແຫ່ງການບາກບັ່ນສູ້ຊົນຕະຫຼອດຮ້ອຍປີຜ່ານມາຂອງຕົນ, ໃນນັ້ນ ມີບົດຮຽນທີ່ສໍາຄັນອັນໜຶ່ງ ກໍຄື “ຍຶດໝັ້ນການບຸກບືນ ແລະປະດິດສ້າງ”.


    ໃນຕະຫຼອດ 10 ຜ່ານມາ, ຈັງຫວະການເຕີບໂຕຂອງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຢີຂອງຈີນໄດ້ກາຍເປັນຈຸດສຸມສາຍຕາຂອງທົ່ວໂລກ. ໃນນັ້ນ, ການບິນອະວະກາດບັນທຸກຄົນ, ການສຳຫຼວດດວງຈັນ ແລະດາວອັງຄານ, ການສຳຫຼວດທະເລເລິກ ແລະໃຕ້ດິນ, ຊຸບເປີຄອມພີວເຕີ, ລະບົບນໍາທາງດາວທຽມ, ການຜະລິດເຮືອບິນໃຫຍ່, ການຢາຊີວະພາບ ແລະອື່ນໆໄດ້ຮັບຜົນສໍາເລັດທີ່ສໍາຄັນ, ເຮັດໃຫ້ຈີນໄດ້ກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງ.



    ໃນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຕ້ອງຍຶດໝັ້ນຫຼັກການທີ່ ວິທະຍາສາດເຕັກໂນໂລຢີເປັນກໍາລັງການຜະລິດອັນດັບໜຶ່ງ, ຜູ້ມີຄວາມຮູ້ຄວາມສາມາດເປັນຊັບພະຍາກອນອັນດັບໜຶ່ງ ແລະການປະດິດສ້າງເປັນກໍາລັງຂັບເຄື່ອນອັນດັບໜຶ່ງ, ລົງເລິກປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ, ສ້າງຂົງເຂດໃໝ່ ແລະຊ່ອງທາງການແຂ່ງຂັນໃໝ່ໃນດ້ານການພັດທະນາ ເພື່ອສ້າງໃຫ້ເປັນກໍາລັງຂັບເຄື່ອນໃໝ່ ແລະທ່າແຮງໃໝ່ໃນດ້ານການພັດທະນາຢ່າງບໍ່ຢຸດຢັ້ງ.


    ແຜນການແຫ່ງການພັດທະນາຂອງຈີນທີ່ວາງໂດຍພັກຄອມມູນິດຈີນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈີນຈະເລັ່ງລັດສ້າງສາປະເທດເຂັ້ມແຂງດ້ານການຜະລິດ, ປະເທດເຂັ້ມແຂງດ້ານຄຸນນະພາບ, ປະເທດເຂັ້ມແຂງດ້ານການບິນອະວະກາດ, ປະເທດເຂັ້ມແຂງດ້ານຄົມມະນາຄົມ, ປະເທດເຂັ້ມແຂງດ້ານອິນເຕີເນັດ ແລະປະເທດເຂັ້ມແຂງດ້ານດີຈີຕອນ. ພ້ອມດຽວກັນນີ້, ຍັງຈະເປີດກວ້າງການແລກປ່ຽນ ແລະການຮ່ວມມືສາກົນໃນດ້ານວິທະຍາສາດເຕັກໂນໂລຢີເພື່ອສ້າງສະພາບແຫ່ງການເປີດປະຕູສູ່ພາຍນອກ ແລະການປະດິດສ້າງໃຫ້ມີຄວາມສາມາດແຂ່ງຂັນໃນສາກົນ.