ທ່ານສີຈິ້ນຜິງກ່າວວ່າ: ຊາວພັກຄອມມູນິດເຊື່ອຖືວັດຖຸນິຍົມ ການຕ້ານການສໍ້ລາດບັງຫຼວງ ບໍ່ມີຫຍັງເປັນຕາຢ້ານ

2022-10-21 16:12:34 CRI


ຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນປະມານ 2 ປີ, ໃນກອງປະຊຸມເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ພົບກັບນັກປະພັນທີ່ຮຽນຮູ້ປະຫວັດສາດໄດ້ດີ. ຄວາມເວົ້າປະໂຫຍກໜຶ່ງຂອງນັກປະພັນນີ້ເຮັດໃຫ້ທ່ານສີຈິ້ນຜິງປະທັບໃຈຫຼາຍ ຄື: “ໃນປະຫວັດສາດ 24 ລາຊະວົງຂອງຈີນກໍບໍ່ເຄີຍເຫັນມີການຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມແຂງປານນີ້.”

 

ຕອນເຊົ້າວັນທີ 17 ຕຸລາປີ 2022ນີ້, ໃນເວລາເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດກວາງຊີ, ທ່ານສີຈິ້ນຜິງໄດ້ຫວນຄືນເຖິງຄວາມເວົ້ານີ້ໃນຫຼາຍປີກ່ອນ. ທ່ານເວົ້າດ້ວຍຄວາມດູດດື່ມວ່: “ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ສູນກາງພັກໄດ້ເດັດດ່ຽວຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ໄດ້ຖືເອົາຄະຕິທີ່ວ່າ “ແໜງວ່າຂັດໃຈຄົນເປັນຮ້ອຍເປັນພັນ ກໍບໍ່ເຮັດໃຫ້ປະຊາຊົນ1,4 ຕື້ຄົນຜິດຫວັງ ເປັນພາລະໜ້າທີ່ໃນການຊຸກຍູ້ວຽກຕ້ານການສໍ້ລາດບັງຫຼວງແບບບໍ່ເຄີຍມີມາກ່ອນ.” “ໃນ 10 ປີຜ່ານມາ, ມາດຕະການຕ່າງໆທີ່ປະຕິຮູບຕົນເອງຂອງພວກເຮົາຈະຖືກບັນທຶກໃນປະຫວັດສາດ.”

 

ໃນພາກສຸດທ້າຍຂອງບົດລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ກ່ຽວກັບການກໍ່ສ້າງພັກໃນຍຸກໃໝ່, ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຂອງພັກຄອມມູນິດຈີນທີ່ມຸ່ງໜ້າສູ່ອະນາຄົດ ແລະສືບຕໍ່ປະຕິຮູບຕົນເອງ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຂ້າພະເຈົ້າເຄີຍເວົ້າຫຼາຍເທື່ອແລ້ວວ່າ, ຄວາມຍິ່ງໃຫຍ່ຂອງພັກເຮົາ, ບໍ່ແມ່ນຍ້ອນວ່າບໍ່ໄດ້ກະທຳຄວາມຜິດພາດ, ແຕ່ແມ່ນຍ້ອນວ່າບໍ່ເຄີຍຫຼົບຫຼີກການສຳຫຼວດຄວາມຜິດພາດ, ກ້າປະຕິຮູບຕົນເອງ, ກ້າຂູດກະດູກເພື່ອແກ້ສານພິດ, ຈຶ່ງສາມາດຜ່ານຜ່າຟ້າຝົນລົມແຮງໃນຮ້ອຍປີ, ກາຍເປັນພັກການເມືອງລັດທິມາກທີ່ບໍ່ສາມາດຖືກໂຄ່ນລົ້ມໄດ້.

 

ເມື່ອປະເຊີນໜ້າກັບບັ້ນຕໍ່ຕ້ານການສໍ້ລາດບັງຫຼວງທີ່ເສຍໄຊບໍ່ໄດ້ ແລະບໍ່ໃຫ້ເສຍໄຊຢ່າງເດັດຂາດນີ້, ທ່ານສີຈິ້ນຜິງເວົ້າດ້ວຍຄວາມເດັດດ່ຽວວ່າ: “ຊາວພັກຄອມມູນິດເຊື່ອຖືວັດຖຸນິຍົມ ບໍ່ໄດ້ຢ້ານຫຍັງເລີຍ, ຊິຢ້ານຫຍັງ? ເມື່ອຕ້ອນຮັບການທົດສອບຂອງຟ້າຝົນລົມແຮງ ແລະ ຄື້ນກະແສອັນຮ້າຍແຮງ, ກໍກ້າວ່າ ເຖິງຈະປະເຊີນໜ້າກັບຄົນເປັນພັນເປັນໝື່ນ, ເຮົາກໍກ້າຕໍ່ສູ້ເອົາຊະນະໄດ້! ບໍ່ມີຫຍັງເປັນຕາຢ້ານເລີຍ. ມີແຕ່ເຮັດແບບນີ້, ພັກຄອມມູນິດພວກເຮົາຈຶ່ງສາມາດຜ່ານການທົດສອບໄດ້ຢ່າງແທ້ຈິງ, ຈຶ່ງສາມາດໄດ້ຮັບຄວາມສັດທາ ແລະ ການສະໜັບສະໜູນຈາກປະຊາຊົນຢ່າງແທ້ຈິງ.”