ແນວຄວາມ​ຄິດ​ໃໝ່​ໃນ​ຄວາມ​ເວົ້າ​ສຳ​ນວນ​ບູ​ຮານ​ແບບ​ອຳ​ມະ: ​ຕະການພົວພັນຄູ່ຮ່ວມໃນທົ່ວໂລກທີ່ສະເໝີພາບ, ເປີດປະຕູ ແລະຮ່ວມມືກັນ

2022-10-21 16:56:24 cri


ຈີນມີສຳນວນບູຮານປະໂຫຍກໜຶ່ງວ່າ: “ແກງມີລົດຊາດແຊບຊ້ອຍ ເປັນຍ້ອນວ່າມີເຄື່ອງປຸງທີ່ຕ່າງກັນຫຼາຍຢ່າງໃສ່ເຂົ້າໃນພ້ອມກັນ.” ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນເຄີຍນຳໃຊ້ປະໂຫຍກນີ້ມາບັນລະຍາຍຈີນທີ່ສ້າງການພົວພັນສາກົນແບບໃໝ່ຕາມຫຼັກການທີ່ເປີດກວ້າງແລະກວມລວມ. ທ່ານເຫັນວ່າ: ໃນລະຫວ່າງອາລິຍະທຳທີ່ຕ່າງກັນ ຈະບໍ່ມີອັນໃດມີລະດັບສູງກວ່າ, ອັນໃດດີກວ່າ, ມີພຽງແຕ່ແຕກຕ່າງກັນຍ້ອນມີເອກະລັກພິເສດ ແລະກຳເນີດຈາກບ່ອນທີ່ບໍ່ຄືກັນ. ຄວາມແຕກຕ່າງກັນຂອງອາລິຍະທຳບໍ່ຄວນເປັນສາເຫດທີ່ເກີດການປະທະກັນໃນໂລກ, ແຕ່ຄວນກາຍເປັນແຮງຂັບເຄື່ອນແຫ່ງບາດກ້າວຂອງອາລິຍະທຳຂອງມວນມະນຸດ.



ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ໄດ້ໄຂຂຶ້ນໃນວັນທີ 16 ຕຸລາ 2022, ທ່ານສີຈິ້ນຜິງ ໄດ້ຮຽກຮ້ອງອີກຄັ້ງໜຶ່ງວ່າ: “ຄວນເຄົາລົບຄວາມຫຼາກຫຼາຍຂອງອາລິຍະທຳ, ໃຫ້ການແລກປ່ຽນດ້ານອາລິຍະທຳລື່ນກາຍສິ່ງກີດຂວາງດ້ານອາລິຍະທຳ, ໃຫ້ການຖອດຖອນຮ່ຳຮຽນອາລິຍະທຳເຊິ່ງກັນແລະກັນລື່ນກາຍການປະທະກັນດ້ານອາລິຍະທຳ, ໃຫ້ການຢູ່ຮ່ວມກັນຂອງອາລິຍະທຳລື່ນກາຍຄວາມເລີດລຳດ້ານອາລິຍະທຳ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ. ປະຊາຊົນຈີນຍິນດີຮ່ວມກັບປະຊາຊົນທົ່ວໂລກ ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມວນມະນຸດ. ”



ຄວາມຫຼາກຫຼາຍໄດ້ນຳມາເຊິ່ງການແລກປ່ຽນກັນ, ການແລກປ່ຽນກັນຈະຊຸກຍູ້ການເຊື່ອມໂຍງເຂົ້າກັນ, ການເຊື່ອມໂຍງເຂົ້າກັນຈະສົ່ງເສີມຄວາມກ້າວໜ້າໄດ້. ອາລິຍະທຳທີ່ມີຄວາມຫຼາກຫຼາຍແມ່ນແຮງຂັບເຄື່ອນທີ່ຊຸກຍູ້ໃຫ້ມວນມະນຸດມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.