ການເລືອກຕັ້ງທົ່ວໄປຂອງມະເລເຊຍຈະຈັດຂຶ້ນໃນວັນທີ 19 ພະຈິກໜ້ານີ້

2022-10-21 14:45:44 cri


ວັນທີ 20 ຕຸລານີ້, ຄະນະກຳມະການເລືອກຕັ້ງມະເລເຊຍປະກາດວ່າ, ການເລືອກຕັ້ງທົ່ວໄປຄັ້ງທີ 15 ຂອງມະເລເຊຍຈະຈັດຂຶ້ນໃນວັນທີ 19 ພະຈິກ2022 ນີ້, ການເລືອກຕັ້ງທົ່ວໄປຂອງລັດພາຮາງ ລັດເພຣັກ ແລະລັດເນເກຣີ ເພີລິສ ຈະຈັດຂຶ້ນໃນມື້ດຽວກັນ.


ພ້ອມກັນນັ້ນ, ຄະນະກຳມະການເລືອກຕັ້ງປະກາດວ່າ, ວັນທີ 5 ພະຈິກ2022 ນີ້, ຈະສະເໜີຊື່ຜູ້ສະໝັກເລືອກຕັ້ງສຳຮອງຂອງພັກການເມືອງຕ່າງໆຢ່າງເປັນທາງການ, ການເລືອກຕັ້ງຈະດຳເນີນໄປເປັນເວລາ 14 ວັນ.

ການເລືອກຕັ້ງທົ່ວໄປຄັ້ງນີ້ ຈະເລືອກຕັ້ງທີ່ນັ່ງສະພາຕ່ຳຂອງລັດຖະສະພາ 222 ທີ່ນັ່ງ, ແລະທີ່ນັ່ງລັດລວມທັງໝົດ 116 ທີ່ນັ່ງເຊິ່ງມາຈາກ 3 ລັດດັ່ງກ່າວ.