ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 29 ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ

2022-10-21 16:57:02 cri

      ກອງປະຊຸມລັດຖະມົນຕີການເງິນຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກຫຼື APEC ຄັ້ງທີ 29 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງປະເທດໄທແຕ່ວັນທີ 19 ຫາ 21 ຕຸລານີ້, ລັດຖະມົນຕີກະຊວງການເງິນຫຼືຜູ້ຕາງໜ້າຈາກອົງກອນເສດຖະກິດຕ່າງໆຂອງອົງການດັ່ງກ່າວກໍຄືຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

      ທ່ານອາຄົມ ເຕີມພິດທະຍາ ໄພສິດ ລັດຖະມົນຕີກະຊວງການເງິນໄທໄດ້ເປັນປະທານຂອງກອງປະຊຸມດັ່ງກ່າວໃນວັນທີ 20 ຕຸລານີ້. ກອງປະຊຸມໄດ້ດຳເນີນການຄົ້ນຄວ້າປຶກສາຫາລືກ່ຽວກັບທ່າອຽງການພັດທະນາແລະສະພາບເສດຖະກິດສາກົນແລະພາກພື້ນໃນປັດຈຸບັນ,ການເງິນແບບຍືນຍົງ,ການຫັນການເງິນເປັນແບບດິຈີຕອນແລະຫົວຂໍ້ອື່ນໆ.

      ກອງປະຊຸມລັດຖະມົນຕີການເງິນຂອງ APEC ຄັ້ງທີ 30 ຈະຈັດຂຶ້ນຢູ່ອາເມຣິກາໃນລະດູໃບໄມ້ຫຼົ່ນຂອງປີໜ້າ.