ທ່ານຫຼີເຄີ້ສຽງສົ່ງສານອວຍພອນໄປຍັງນາຍົກລັດຖະມົນຕີກູເວດຄົນໃໝ່

2022-10-21 11:57:29 CRI


     ວັນທີ 19 ຕຸລານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານອວຍພອນໄປຍັງທ່ານອາຮຳມັດ ນາວັຟ ອາຮຳມັດ ອານ ຊາບາ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບຕຳແໜ່ງເປັນນາຍົກລັດຖະມົນຕີກູເວດ.


     ເນື້ອໃນສານຂອງທ່ານຫຼີເຄີ້ສຽງລະບຸວ່າ: ຈີນ ແລະກູເວດມີມິດຕະພາບອັນເປັນມູນເຊື້ອທີ່ໜາແໜ້ນ, ກູເວດແມ່ນປະເທດອາຣັບອ່າວເປີເຊຍທີ່ສ້າງສາຍພົວພັນທາງການທູດກັບ ສປ ຈີນກ່ອນໝູ່. ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນທາງການທູດມາເປັນເວລາ 51 ປີມານີ້, ການພົວພັນລະຫວ່າງສອງປະເທດໄດ້ຮັກສາການຂະຫຍາຍຕົວຢ່າງປອດໃສ ແລະໝັ້ນທ່ຽງ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງໄດ້ຮັບການປັບປຸງໃຫ້ໝັ້ນຄົງກວ່າເກົ່າ ແລະບໍ່ຢຸດຢັ້ງ, ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ລັດຖະບານຈີນໃຫ້ຄວາມສຳຄັນສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ກູເວດ, ຍິນດີພະຍາຍາມຮ່ວມກັບຝ່າຍກູເວດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຈີນ-ກູເວດໃຫ້ມີຄວາມຄືບໜ້າໃໝ່.