ນາຍົກລັດຖະມົນຕີປາກິສະຖານສະແດງຄວາມຂອບໃຈຕໍ່ໜ່ວຍຊ່ຽວຊານຈີນ ທີ່ໄປສະໜັບສະໜູນວຽກງານປ້ອງກັນໄພນ້ຳຖ້ວມ ແລະຫຼຸດຜ່ອນຜົນກະທົບ

2022-10-21 17:08:35 cri


ວັນທີ 19 ຕຸລານີ້, ຢູ່ທຳນຽບນາຍົກລັດຖະມົນຕີທີ່ນະຄອນຫຼວງອິສະລາມາບັດ ຂອງປາກິສະຖານ, ທ່ານ ມູຮຳມັດ ຊາບັດ ຊາຣິບ ນາຍົກລັດຖະມົນຕີປາກິສະຖານ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງໜ່ວຍຊ່ຽວຊານປ້ອງກັນໄພນ້ຳຖ້ວມ ແລະຫຼຸດຜ່ອນຜົນກະທົບຈາກລັດຖະບານຈີນ, ໂດຍໄດ້ສະແດງຄວາມຂອບອົກຂອບໃຈນຳລັດຖະບານຈີນທີ່ໄດ້ສົ່ງໜ່ວຍຊ່ຽວຊານມາສະໜັບສະໜູນວຽກງານປ້ອງກັນໄພນ້ຳຖ້ວມແລະຫຼຸດຜ່ອນໄພພິບັດໃນເວລາປາກິສະຖານປະສົບຄວາມຫຍຸ້ງຍາກ ແລະຫວັງວ່າ ໜ່ວຍຊ່ຽວຊານຈີນຈະໃຫ້ຂໍ້ສະເໜີໃນການວາງແຜນການປ້ອງກັນໄພນ້ຳຖ້ວມໃນໄລຍະສັ້ນ ກາງແລະຍາວຂອງປາກິສະຖານ.



ໜ່ວຍຊ່ຽວຊານຈີນປ້ອງກັນໄພນ້ຳຖ້ວມ ແລະຫຼຸດຜ່ອນຜົນກະທົບ ທີ່ແຕ່ງຕັ້ງໂດຍລັດຖະບານຈີນ ໄດ້ເດີນທາງໄປຮອດປາກິສະຖານໃນວັນທີ 11 ຕຸລານີ້, ໄດ້ດຳເນີນການແລກປ່ຽນວຽກງານກັບເຈົ້າໜ້າທີ່ລັດຖະບານແລະຜູ້ຊ່ຽວຊານປາກິສະຖານ ກ່ຽວກັບສາເຫດພາໃຫ້ເກີດໄພນ້ຳຖ້ວມ ພ້ອມທັງການປ້ອງກັນ ແລະຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມໃນອະນາຄົດ, ໜ່ວຍຊ່ຽວຊານຍັງໄດ້ໄປສຳຫຼວດຢູ່ແຂວງຊີນ ທີ່ພາກໃຕ້ປາກິສະຖານ ທີ່ປະສົບໄພໜັກໜ່ວງກວ່າໝູ່. ຕາມແຜນການ, ໜ່ວຍຊ່ຽວຊານດັ່ງກ່າວ ຈະສິ້ນສຸດວຽກງານ ກ່ອນວັນທີ 21 ຕຸລານີ້.