ຈີນສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດມາໂດຍຕະຫຼອດ

2022-10-21 09:28:30 CRI

 

    ວັນທີ 20 ຕຸລານີ້, ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທີ 4 ເພື່ອແລກ ປ່ຽນກັບນັກຂ່າວໂດຍປິ່ນອ້ອມຫົວຂໍ້ “ການຕ່າງປະເທດຂອງປະເທດໃຫຍ່ທີ່ມີ ສີສັນພິເສດຂອງຈີນ”‍‍‍‍

 

    ກອງປະຊຸມຂ່າວແນະນຳໃຫ້ຮູ້ວ່າ, ຈີນຈະຍຶດໝັ້ນຈຸດປະສົງຂອງນະໂຍບາຍ ການຕ່າງປະເທດທີ່ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ, ປະຊາຊົນຈີນ ຍິນດີຮ່ວມກັບປະຊາຊົນທົ່ວໂລກພ້ອມກັນສ້າງອະນາຄົດທີ່ດີງາມຂອງມວນມະນຸດ.

 

    ກອງປະຊຸມຂ່າວຊີ້ອອກວ່າ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ທ່ານເລຂາທິການໃຫຍ່ສີຈີ້ນຜິງ ໄດ້ມີຄໍາບັນລະຍາຍອັນສຳຄັນຕ່າງໆຕໍ່ວຽກງານການຕ່າງປະເທດຂອງພັກ, ສູນກາງພັກ ຄອມມູນິດຈີນທີ່ມີທ່ານເລຂາທິການໃຫຍ່ ສີຈີ້ນຜິງ ເປັນແກນກາງ ໄດ້ຢືນຢູ່ ຫົວກະແສຍຸກສະໄໝແຫ່ງການພັດທະນາ ແລະ ຄວາມກ້າວໜ້າຂອງມວນມະນຸດ, ໄດ້ສະເໜີແນວຄວາມຄິດໃໝ່ ຄວາມເຫັນໃໝ່ ແລະ ຂໍ້ລິເລິ່ມໃໝ່ຢ່າງເປັນລະບົບ ທີ່ເຕັມໄປດ້ວຍສີສັນພິເສດຂອງຈີນ ແລະ ໄປຕາມປ່ອງລ່ອງຕາມແປວຂອງປະຫວັດສາດ, ເພື່ອເປັນການຊີ້ນຳດ້ານຍຸດທະສາດໃຫ້ແກ່ຈີນໃນການຂະຫຍາຍ ການພົວພັນຄູ່ຮ່ວມກັບປະເທດຕ່າງໆ.