ປະຊາຄົມໂລກພວມມີຄວາມສົນໃຈຫຼາຍກວ່າເກົ່າຕໍ່ພັກຄອມມູນິດຈີນ ແລະ ປະເທດຈີນ

2022-10-22 10:18:20 CRI


    ຫວ່າງມໍ່ໆມານີ້, ຢູ່ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ປື້ມຫົວໜຶ່ງທີ່ມີຊື່ວ່າ “ເດີນທາງຮ່ວມກັນ:100 ເລື່ອງກ່ຽວກັບພັກຄອມມູນິດຈີນຕິດຕໍ່ພົວພັນກັບຕ່າງປະເທດ” ໄດ້ດຶດດູດສາຍຕາຂອງນັກຂ່າວຈີນ ແລະ ຕ່າງປະເທດຈຳນວນບໍ່ໜ້ອຍ, ເນື້ອໃນຂອງປື້ມຫົວນີ້ໄດ້ກວມເອົາເລື່ອງທີ່ໜ້າສົນໃຈຕ່າງໆກ່ຽວກັບພັກຄອມມູນິດຈີນໄປມາຫາສູ່ກັບຕ່າງປະເທດນັບແຕ່ສ້າງຕັ້ງຂຶ້ນໃນຮອບຮ້ອຍປີມານີ້.


    ວັນທີ 21 ຕຸລານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກໍ່ຄືທ່ານປະທານສີຈີ້ນຜິງຊີ້ອອກວ່າ, ຖ້າຢາກເຂົ້າໃຈປະເທດຈີນໃນປັດຈຸບັນ ກໍ່ຕ້ອງເຂົ້າໃຈພັກຄອມມູນິດຈີນ. ເນື່ອງໃນໂອກາດຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ,ປະຊາຄົມໂລກພວມມີຄວາມສົນໃຈຫຼາຍກວ່າເກົ່າຕໍ່ພັກຄອມມູນິດຈີນ ແລະປະເທດຈີນ.ພວກຂ້າພະເຈົ້າຍິນດີສືບຕໍ່ເລົ່າເລື່ອງຂອງພັກຄອມມູນິດຈີນທີ່ມີຊີວິດຊີວາ ແລະ ໜ້າສົນໃຈສູ່ປະຊາຄົມໂລກຟັງ ເພື່ອຊ່ວຍເຫຼືອເພື່ອນມິດຕ່າງປະເທດຫຼາຍກວ່າເກົ່າເຂົ້າໃຈພັກຄອມມູນິດຈີນ ແລະ ປະເທດຈີນໃຫ້ດີກວ່າເກົ່າ.