ໄຟຟ້າພະລັງລົມຂອງຈີນຊ່ວຍການຫັນປ່ຽນເປັນແບບສີຂຽວຂອງໄທ

2022-10-22 14:33:45 cri


  ລັດໄຊຍະພຸມແມ່ນເຂດໜຶ່ງໃນບັນດາເຂດທີ່ມີຊັບພະຍາກອນພະລັງລົມທີ່ອຸດົມສົມບູນຂອງໄທ, ຢູ່ແຫ່ງນີ້ມີໂຄງການໂຮງງານຜະລິດໄຟຟ້າດ້ວຍພະລັງລົມໄຊຍະພຸມ ເຊິ່ງຈີນຮັບຜິດຊອບການເຄື່ອນໄຫວ. ໂຄງການນີ້ແມ່ນອຸປະຖຳໂດຍບໍລິສັດພະລັງງານໃໝ່ຕົ້ນຕໍ ຫຼື ບໍລິສັດEGCO ທີ່ຂຶ້ນກັບກົມໄຟຟ້າໄທ, ບໍລິສັດວິທະຍາສາດເຕັກໂນໂລຊີລົມຄຳຈີນສະໜອງເຄື່ອງຜະລິດໄຟຟ້າດ້ວຍພະລັງລົມ.


 ນັບແຕ່ໂຄງການດັ່ງກ່າວດຳເນີນການຜະລິດຢ່າງເປັນທາງການໃນເດືອນທັນວາປີ2016 ເປັນຕົ້ນມາບໍ່ໄດ້ເກີດອຸບັດເຫດຈັກເທື່ອ.ປັດຈຸບັນ,ຍ້ອນສອງໂຄງການທີ່ຮ່ວມມືກັບບໍລິສັດEGCO, ບໍລິສັດວິທະຍາສາດເຕັກໂນໂລຊີລົມຄຳຈີນໄດ້ສ້າງຄວາມໜ້າໄວ້ເນື້ອເຊື່ອໃຈໃຫ້ຍີ່ຫໍ້ຂງອຕົນ,ສອງຝ່າຍມີເຈຕະນາທີ່ຈະດຳເນີນການຮ່ວມມືຕໍ່ໄປໃນໂຄງການໄຟຟ້າດ້ວຍພະລັງລົມອື່ນໆ.


  ຈາກການອອກໄປພັດທະນາຢູ່ຕ່າງປະເທດຮອດການຢັ່ງຮາກເລິກຢູ່ຕ່າງປະເທດ,ໃນຂະນະທີ່ວິສາຫະກິດຈີນບຸກເບີກຕະຫຼາດຢູ່ຕ່າງປະເທດນັ້ນ ທັງໄດ້ແບກຫາບໜ້າທີ່ສັງຄົມຢ່າງຕັ້ງໜ້າ ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ.