ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນອັດລົງຢູ່ທີ່ປັກກິ່ງ ທ່ານສີຈີ້ນຜິງເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສອັນສຳຄັນ

2022-10-22 23:02:56 cri

ຕອນເຊົ້າວັນທີ 22 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ໃນພິທີອັດປະຊຸມ, ຜູ້ແທນ 2.338 ທ່ານໄດ້ປ່ອນບັດເລືອກຕັ້ງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ຄະນະກວດກາສູນກາງພັກຄອມມູນິດຈີນສະໄໝໃໝ່, ໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19, ມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກວດກາສູນກາງພັກຄອມມູນິດຈີນສະໄໝທີ 19 ແລະ ມະຕິກ່ຽວກັບກົດລະບຽບພັກຄອມມູນິດຈີນສະບັບດັດແກ້”.

 

ກອງປະຊຸມໃຫຍ່ເຫັນດີບັນທຶກເອົາໝາກຜົນດ້ານທິດສະດີໃໝ່ຂອງແນວຄິດ ສີຈີ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ນັບແຕ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນນັ້ນໄວ້ເຂົ້າໃນກົດລະບຽບພັກຄອມມູນິດຈີນ”, ອີງຕາມໜ້າທີ່ໃຈກາງຂອງພັກຄອມມູນິດຈີນທີ່ສະເໜີໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໄດ້ປັບປຸງເປົ້າໝາຍບຸກບືນສູ້ຊົນໃນກົດລະບຽບພັກ, ໂດຍກຳນົດຢ່າງຈະແຈ້ງວ່າ: ເປົ້າໝາຍແຫ່ງການພັດທະນາເສດຖະກິດ ແລະ ສັງຄົມຂອງຈີນແມ່ນ: ເມື່ອຮອດປີ 2035 ຈະບັນລຸສັງຄົມນິຍົມທີ່ທັນສະໄໝໃນຂັ້ນພື້ນຖານ, ເມື່ອຮອດກາງສະຕະວັດນີ້ ຈະສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝ ກໍ່ຄືການບັນລຸເປົ້າໝາຍສູ້ຊົນຄົບຮອບຮ້ອຍປີເຫດການທີສອງ”.

 

ທ່ານ ສີຈີ້ນຜິ ໄດ້ເປັນປະທານຈັດພິທີອັດກອງປະຊຸມ ແລະ ກ່າວຄຳປາໄສ. ທ່ານກ່າວເນັ້ນໜັກວ່າ, ພັກຄອມມູນິດຈີນໄດ້ຜ່ານປະຫວັດສາດສູ້ຊົນ 100 ປີ ແລະ ຈະເດີນທາງຄັ້ງໃໝ່. ພັກຄອມມູນິດຈີນມີຄວາມໝັ້ນໃຈ ແລະ ຄວາມສາມາດຢ່າງເຕັມທີ່ທີ່ສາມາດສ້າງສິ່ງມະຫັດສະຈັນໃໝ່ທີ່ໃຫຍ່ກວ່າເກົ່າທີ່ປະຈັກຕາຊາວໂລກ ໃນຍຸກໃໝ່ ແລະ ຂະບວນການເດີນທາງຄັ້ງໃໝ່. ທ່ານຮຽກຮ້ອງໃຫ້ທົ່ວພັກຈົ່ງເຕົ້າໂຮມຄວາມສາມັກຕີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງສາມັກຄີກັນ ແລະ ບຸກບືນສູ້ຊົນເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານ.