ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນອັດລົງຢູ່ທີ່ປັກກິ່ງ

2022-10-22 12:40:40 cri


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ທີ່ໄດ້ດຳເນີນມາເປັນເວລາ 7 ມື້ໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 22 ຕຸລານີ້.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ຄະນະກວດກາສູນກາງພັກຄອມມູນິດຈີນສະໄໝທີ20,ໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ19, ມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາພັກຄອມມູນິດຈີນສະໄໝທີ 19 ແລະ ມະຕິກ່ຽວກັບ “ກົດລະບຽບພັກຄອມມູນິດຈີນສະບັບດັດແກ້”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນ ແລະ ຄະນະກຳມະການສູນກາງພັກທີ່ກຳເນີດດ້ວຍກອງປະຊຸມໃຫຍ່ແມ່ນອົງການນຳພາສູງສຸດຂອງພັກຄອມມູນິດຈີນ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຈັດຂຶ້ນຄັ້ງຫນຶ່ງແຕ່ລະ 5 ປີໃດ.