ຝລັ່ງຈະຖອນອອກຈາກ“ສັນຍາກົດບັດພະລັງງານ”

2022-10-22 14:31:57 cri


ວັນທີ21ຕຸລານີ້, ທ່ານເອັມມານູແອນ ມາຄຣົງ ປະທານາທິບໍດີຝລັ່ງໄດ້ປະກາດຢູ່ນະຄອນບຣຸກແຊນວ່າ: ຝລັ່ງຈະຖອນອອກຈາກ“ສັນຍາກົດບັດພະລັງງານ”,ເພາະວ່າສັນຍາສະບັບນີ້ຖືກຖືວ່າບໍ່ສອດຄ່ອງກັບເປົ້າໝາຍຂອງ“ສັນຍາປາຣີ”.ກ່ອນໜ້ານີ້,ແອສປາຍແລະໂຮນຣັງໄດ້ຖອນອອກຈາກສັນຍາສະບັບດັ່ງກ່າວແລ້ວ.

 “ສັນຍາກົດບັດພະລັງງານ”ໄດ້ເຊັນກັນໃນປີ1994ແລະບັງເກີດຜົນໃນປີ1998,ມີສະມາຊິກລວມທັງຫຼາຍປະເທດຂອງເອີຣົບແລະອາຊີ, ປະເທດສະມາຊິກຂອງສະຫະພາບເອີລົບ ແລະປະຊາຄົມຮ່ວມພະລັງງານປະລະມານູເປັນຕົ້ນ. ສັນຍາສະບັບນີ້ມີຈຸດປະສົງເພື່ອຮັບປະກັນການສະໜອງພະລັງງານໃຫ້ພາກພື້ນ,ສະໜອງການປົກປ້ອງໃຫ້ແກ່ບໍລິສັດພະລັງງານ ໂດຍສະເພາະແມ່ນບໍລິສັດວັດຖຸເຊື້ອໄຟຊາກຫີນ. ສັນຍາສະບັບນີ້ໄດ້ມອບສິດໃຫ້ບໍລິສັດພະລັງງານໃນການກ່າວຟ້ອງລັດຖະບານປະເທດເຈົ້າພາບແລະຮຽກເອົາຄ່າໄຊ້ແທນຍ້ອນນະໂຍບາຍທີ່ມີຜົນຮ້າຍຕໍ່ການລົງທຶນຂອງຕົນ.