ປະທານາທິບໍດີຕູຣາເຄຍ:ພວມພະຍາຍາມຊຸກຍູ້ໃຫ້ຜູ້ນຳສອງປະເທດຣັດເຊຍ ແລະ ອູແກຣນພົບປະກັນ

2022-10-22 15:07:31 CRI


    ວັນທີ 21 ຕຸລານີ້, ທ່ານຣີເຊບ ດາຍຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ, ທ່ານຫວັງໃຫ້ຈັດການພົບປະກັນລະຫວ່າງທ່ານວະລາດີີເມຍ ປູຕິນປະທານາທິບໍດີຣັດເຊຍ ກັບ ທ່ານວໍລໍດີເມຍ ເຊເລນສະກີ ປະທານາທິບໍອູແກຣນ, ເພື່ອບັນລຸໃຫ້ພາກພື້ນມີສັນຕິພາບ. ທ່ານເອີໂດກັນກ່າວວ່າ, ທ່ານມີແຜນໂທລະສັບລົມກັບເລື່ອງນີ້ກັບຜູ້ນຳສອງປະເທດໃນໄວໆນີ້.


   ຫຼັງຈາກຣັດເຊຍ ກັບ ອູແກຣນເກີດການປະທະກັນ, ໃນຖານະທີ່ເປັນປະເທດໃກ້ຄຽງທະເລດຳ, ຕູຣາເຄຍໄດ້ເວົ້າຫຼາຍເທື່ອທີ່ຍິນດີເປັນຜູ້ໄກ່ເກ່ຍໂດຍຖືຫຼັກໝັ້ນເປັນກາງ ຫວັງໃຫ້ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນສາມາດສິ້ນສຸດລົງໂດຍໄວ. ກ່ອນໜ້ານີ້, ທ່ານເອີໂຕກັນເຄີຍກ່າວຫຼາຍເທື່ອວ່າ, ຕູຣາເຄຍໄດ້ກຽມພ້ອມທີ່ໃຫ້ການປະທະກັນສິ້ນສຸດລົງໂດຍຜ່ານການຊຸກຍູ້ການເຈລະຈາ.