ເຢຍລະມັນພິຈາລານາເກັບອາກອນຜົນກຳໄລສູງພິລຶກຕໍ່ບໍລິສັດໄຟຟ້າ

2022-10-23 14:05:39 cri


    ຫວ່າງມໍ່ໆມານີ້, ສື່ມວນຊົນເຢຍລະມັນລາຍງານວ່າ: ລັດຖະບານເຢຍລະມັນມີແຜນຈະກຳນົດເພດານລາຄາໄຟຟ້າທີ່ໃຊ້ໃນເຮືອນ ແລະ ອຸດສາຫະກຳ, ເພື່ອຫຼຸດຜົນກະທົບທີ່ເກີດຈາກລາຄາພະລັງງານແພງຂຶ້ນຢ່າງຫຼວງຫຼາຍ. ຕາມຂ່າວແຈ້ງວ່າ, ລັດຖະບານເຢຍລະມັນຈະວາງແຜນຈຳກັດລາຄາໄຟຟ້າ ໂດຍໃຊ້ວິທີຄ້າຍຄືກັບການຈຳກັດລາຄາແກສ໌ທຳມະຊາດ. ກົນໄກກຳນົດເພດານລາຄາໄຟຟ້າຈະຄິດໄລ່ບົນພື້ນຖານປະລິມານການນຳໃຊ້ໄຟຟ້າໃນໝົດປີໃນແຕ່ກ່ອນ. ເພື່ອຈັດສັນແຫຼ່ງທຶນ, ລັດຖະບານເຢຍລະມັນພວມພິຈາລະນາເກັບອາກອນຜົນກຳໄລສູງພິລຶກຕໍ່ບໍລິສັດໄຟຟ້າ. ໂດຍຖືເປັນສ່ວນໜຶ່ງຂອງແຜນການດັ່ງກ່າວ, ລັດຖະບານເຢຍລະມັນຈະເອົາຄືນ 90% ຂອງຜົນກຳໄລບໍລິສັດໄຟຟ້າ.