ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ກ່ຽວກັບບົດລາຍງານຄະນະກຳມະການສູນກາງພັກຊຸດທີ 19

2022-10-23 16:28:11 CRI

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຜ່ານການຮັບຮອງບົດລາຍງານຂອງຄະນະກຳມະການສູນກາງພັກຊຸດທີ 19 ທີ່ຜ່ານໂດຍທ່ານສີຈິ້ນຜິງຕໍ່ກອງປະຊຸມ. ກອງປະຊຸມເຫັນວ່າ, ຫົວຂໍ້ກອງປະຊຸມໃຫຍ່ໃນບົດລາຍງານແມ່ນມິ່ງຂວັນຂອງກອງປະຊຸມ, ແມ່ນໂຄງການໃຫຍ່ແຫ່ງການພັດທະນາພາລະກິດຂອງພັກ ແລະ ປະເທດຊາ.

ກອງປະຊຸມໄດ້ຕີລາຄາສູງຕໍ່ວຽກງານຂອງຄະນະກຳມະການສູນກາງຊຸດທີ 19 ແລະ ກ່າວເນັ້ນໜັກວ່າ: ລັດທິມາກແມ່ນແນວຄິດຊີ້ນຳພື້ນຖານ ໃນການສ້າງພັກສ້າງປະເທດ ແລະ ພັດທະນາພັກ ແລະ ປະເທດໃຫ້ຈະເລີນຮຸ່ງເຮືອງ. ກອງປະຊຸມເຫັນດີນຳບົດລາຍງານທີ່ໄດ້ມີການຈັດວາງຍຸດທະສາດຕໍ່ການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນໄລຍະໜຶ່ງຕໍ່ໄປ. ກອງປະຊຸມສະເໜີວ່າ: ນັບແຕ່ປັດຈຸບັນເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກຄອມມູນິດຈີນແມ່ນສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດຈີນສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຮ້ອຍປີເຫການທີ 2 ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ.

ກອງປະຊຸມກ່າວເນັ້ນໜັກວ່າ: ການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ການຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ ແມ່ນຕັດສິນຢູ່ນຳພັກຄອມມູນິດຈີນ.