ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(4)

2022-10-23 18:58:53 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ພວກເຮົາມີຈຸດຢືນມາໂດຍຕະຫຼອດວ່າ, ອະນາຄົດ ແລະ ຊາຕາກຳຂອງມວນມະນຸດຄວນໃຫ້ປະຊາຊົນບັນດາປະເທດໃນໂລກເປັນຜູ້ກຳກັບ ແລະ ຕັດສິນ. ຂໍແຕ່ຮ່ວມກັນປະຕິບັດຕາມຫຼັກການກວມລວມ, ບັນດາປະເທດກໍສາມາດຢູ່ຮ່ວມກັນຢ່າງປອງດອງກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືກັນສ້າງອະນາດອັນດີງາມຂອງໂລກ.