ນ້ຳໝອກກ້າມຕົກ: 1 ໃນ 24 ຈຸດແບ່ງລະດູການ

2022-10-23 14:28:08 cri



    

    ວັນທີ 23 ຕຸລານີ້ ກົງກັບວັນ “ນ້ຳໝອກກ້າມຕົກ” ເຊິ່ງເປັນໜຶ່ງໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ. “ນ້ຳໝອກກ້າມຕົກ” ແມ່ນຈຸດແບ່ງລະດູການອັນສຸດທ້າຍໃນລະດູໃບໄມ້ຫຼົ່ນ, ກໍແມ່ນຍາມທີ່ອຸນຫະພູມລະຫວ່າງກາງເວັນ ແລະກາງຄືນໂຕນກັນຫຼາຍທີ່ສຸດ,  ດິນແດນຈີນກໍມີທິວທັດຍາມທ້າຍລະດູໃບໄມ້ຫຼົ່ນທີ່ເຫັນກັບຕາໄດ້ຢ່າງຈະແຈ້ງ. ເວົ້າສຳລັບຊາວກະສິກອນແລ້ວ, ຕ້ອງຂ້ຽວເລັ່ງເກັບກ່ຽວ ແລະຕາກພືດພັນທັນຍາຫານຕ່າງໆໃຫ້ແຫ້ງ ຄື: ໝາກເຜັດເປັນຕົ້ນ ກ່ອນວັນ “ນ້ຳໝອກກ້າມຕົກ” , ມາຮອດນີ້, ລະດູການທີ່ຂ້ຽວເລັ່ງວຽກງານກະສິກຳກໍໃກ້ຈະສິ້ນສຸດລົງແລ້ວ.