ຄະນະກຳມະການກວດກາວິໄນສູນກາງພັກ ທີ່ໄດ້ຮັບເລືອກຕັ້ງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 1 ຢູ່ນະຄອນຫຼວງປັກກິ່ງໃນວັນທີ 23 ຕຸລານີ້. ສະຫາຍຫຼີຊີເປັນປະທານຈັດກອງປະຊຸມ.
ກຳມະການຄະນະກຳມະການກວດກາວິໄນສູນກາງພັກທັງໝົດມີ 133 ທ່ານຈະມາເຂົ້າຮ່ວມກອງປະຊຸມ, ທີ່ຈິງໄດ້ມາເຂົ້າຮ່ວມກອງປະຊຸມ 132 ທ່ານ. ກອງປະຊຸມຄົບຄະນະຄັ້ງນີ້ໄດ້ເລືອກຕັ້ງປະທານ, ຮອງປະທານ ແລະ ຄະນະປະຈຳຄະນະກຳມະການກວດກາວິໄນສູນກາງພັກ ແລະ ໄດ້ລາຍງານຕໍ່ຄະນະກຳມະການສູນກາງພັກເພື່ອຂໍອະນຸມັດ.
ສະຫາຍທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກ ໃນຖານະເປັນຕົວແທນບໍ່ລົງຄະແນນສຽງ.