ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຮັບຮອງເອົາ “ກົດລະບຽບພັກຄອມມູນິດຈີນສະບັບປັບປຸງ”

2022-10-23 13:04:50 cri


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນວັນທີ 22 ຕຸລານີ້.

ກອງປະຊຸມໃຫຍ່ເຫັນດີບັນທຶກເອົາການພັດທະນາໃໝ່ຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ຂອງທ່ານສີຈີ້ນຜິງ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນເປັນຕົ້ນມາ ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”, ແລະອີງຕາມໜ້າທີ່ໃຈກາງຂອງພັກຄອມມູນິດຈີນທີ່ສະເໜີໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໄດ້ປັບປຸງການບັນລະຍາຍຕໍ່ເປົ້າໝາຍບຸກບືນສູ້ຊົນໃນກົດລະບຽບພັກ, ໂດຍກຳນົດຢ່າງຈະແຈ້ງວ່າ: ເປົ້າໝາຍຍຸດທະສາດຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງຈີນແມ່ນ: ບັນລຸສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານເມື່ອຮອດປີ 2035; ສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝ ກໍ່ຄືບັນລຸ “ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງ” ເມື່ອຮອດກາງສະຕະວັດນີ້.

ກອງປະຊຸມໃຫຍ່ເຫັນດີບັນທຶກເອົາໜ້າທີ່ໃຈກາງຂອງພັກຄອມມູນິດຈີນຄື “ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍຄວາມເປັນທັນສະໄໝແບບປະເທດຈີນ” ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສະເໜີອອກນັ້ນເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”.

ກອງປະຊຸມເຫັນດີບັນທຶກເອົາປະຊາທິປະໄຕປະຊາຊົນທົ່ວຂະບວນການ, ການສ້າງຕັ້ງ ແລະ ປັບປຸງການເລືອກຕັ້ງຢ່າງມີປະຊາທິປະໄຕໃຫ້ສົມບູນຂຶ້ນ, ລະບົບ ແລະ ລະບຽບການດ້ານການປຶກສາຫາລືຢ່າງມີປະຊາທິປະໄຕ, ການຕັດສິນນະໂຍບາຍຢ່າງມີປະຊາທິປະໄຕ, ການຄຸ້ມຄອງຢ່າງມີປະຊາທິປະໄຕ, ການຕິດຕາມຢ່າງມີປະຊາທິປະໄຕ ແລະອື່ນໆ ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”.

ກອງປະຊຸມເຫັນດີບັນທຶກເອົາການຜັນຂະຫຍາຍທິດທາງນະໂຍບາຍ “ປະເທດດຽວສອງລະບອບ” ຢ່າງຖືກຕ້ອງຮອບດ້ານ ແລະ ເດັດດ່ຽວໜຽວແໜ້ນ ແລະ ເນື້ອໃນທີ່ເດັດດຽວຄັດຄ້ານ ແລະ ສະກັດກັ້ນ “ການແບ່ງແຍກໄຕ້ຫວັນອອກເປັນເອກະລາດ” ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”.

ກອງປະຊຸມເຫັນດີບັນທຶກເອົາການສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດທີ່ສັນຕິພາບ, ການພັດທະນາ, ຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງໂດຍທົ່ວໄປ, ຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງແລະກວມລວມ, ສະອາດສົດໃສແລະສວຍງາມ ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”.