ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(5)

2022-10-23 19:00:46 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ຈີນຈະເປີດປະຕູສູ່ພາຍນອກນັບມື້ນັບກວ້າງຂວາງກວ່າເກົ່າ. ພວກເຮົາຈະລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ ແລະ ບໍ່ຫວັ່ນໄຫວຄອນແຄນ, ເດັດດ່ຽວຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ, ໃຊ້ການພັດທະນາຂອງຕົນເພື່ອສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກ.